ວັນທີ 13 ກໍລະກົດ ທີ່ ກໍາລັງໜູນວຽນບັນຈົບຄົບຮອດມາອີກວາລະໜຶ່ງ ຊຶ່ງປີ2017 ນີ້ ຄົບຮອບ 20 ປີ ໃນການກໍານົດວັນດັ່ງກ່າວ ພັກ - ລັດຖະບານ ເຫັນໄດ້ຄວາມສໍາຄັນ ໃນວຽກການອານຸລັກປົກປົກຮັກສາ ສັດນໍ້າ ແລະ ສັດປ່າ ເຊິ່ງໄລຍະຜ່ານມາ ຢູ່ບັນດາທ້ອງຖີ່ນ ໃນຂອບເຂບທົ່ວປະເທດ ແມ່ນໄດ້ມີການອະນຸລັກ ຮັກສາສັດນໍ້າ ແລະ ສັດປ່າ ໃນຫຼາຍເຂດແຂວງ ແມ່ນຈັດຕັ້ງປະຕິບັດໄດ້ດີ ໂດຍສະເພາະຢູ່ຕາມລໍາຫ້ວຍ ແມ່ນໍ້າລໍາເຊຫຼາຍບ່ອນ ໄດ້ປະກາດເປັນວັງສະຫງວນ ແລະ ເຂດຫ້າມຫາປາ ໃນລະດູວາງໄຂ່ ແລະ ເຫັນວ່າ ປາ ມີຈໍານວນເພີ່ມຂື້ນ, ສໍາລັບສັດປ່າ ກໍ່ໄດ້ ມີການກໍານົດເຂດ ປ່າໄມ້ ໄວ້ເປັນທີ່ຢູ່ອາໃສຂອງສັດປ່າ ເພື່ອປົກປັກຮັກສາ ເກືອດຫ້າມການລ່າສັດ ໃນໄລຍະເຂົ້າພັນສາ ແລະ ຫ້າມລ່າແບບດັບສູນ ມາດຮອດປະຈຸບັນມີຫຼາຍເຂດ ທີ່ ສາມາດເປັນແຫຼ່ງສະໜອງອາຫານໃຫ້ແກ່ ການດໍາຊີວິດການຂອງປະຊາຊົນບັນດາເຜົ່າ ນັບມື້ນັບດີຂື້ນ.
ໃນປີ 2017 ນີ້ ກົມຄຸ້ມຄອງຊັບພະຍາກອນ ແລະ ປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມຈະສູ້ຊົນ ຊຸກຍູ້ຂະບວນການປ່ອຍປາສູ່ທໍາມະຊາດ ໃນລະດັບເມືອງໃຫ້ເພີ່ມຂື້ນ, ເຊິ່ງປີຜ່ານມາໃນຂອບເຂດທົ່ວປະເທດ ສາມາດປ່ອຍປາຄືນສູ່ທໍາມະຊາດ ທັງໝົດຈໍານວນ 4 ລ້ານກວ່າໂຕ ແລະ ຄາດໝາຍໃນປີ 2017 ນີ້ຈະໃຫ້ໄດ້ 5 ລ້ານໂຕ ໃນຂອບເຂດທົ່ວປະເທດ ການອານຸລັກສັດນໍ້າສັດປ່າ ໃນປະຈຸບັນຍັງໄດ້ມີການພົວພັນປະສານສົມທົບກັບ ອົງການຈັດຕັ້ງສາກົນນັບມືນັບກ້ວາງຂວາງຂື້ນ.
ການອານຸລັກສັດນໍ້າສັດປ່າ ໄດ້ມີການກໍານົດ ແລະ ແບ່ງອອກເປັນ 3 ປະເພດຄື: ສັດນໍ້າ -ສັດປ່າ ປະເພດຫວງຫ້າມ, ສັດນໍ້າ - ສັດປ່າປະເພດຄຸ້ມຄອງ ແລະ ສັດນໍ້າສັດປ່າປະເພດທົ່ວໄປ ສໍາລັບສັດປ່າປະເພດຫວງຫ້າມ ທີ່ໄດ້ກໍານົດ ໃນບັນຊີປະເພດທີ 1 ແມ່ສັດປ່າ ປະເພດຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສໍາຄັນເປັນພິເສດ ຕໍ່ ການພັດທະນາ ເສດຖະກິດ - ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄົ້ວທາງວິທະຍາສາດ, ສັດປະເພດດັ່ງກ່າວຕ້ອງໄດ້ມີການຄຸ້ມຄອງ,ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ ສ່ວນການນໍາໃຊ້ຕ້ອງໄດ້ຮັບອານຸຍາດຈາກ ລັດຖະບານ ເຊິ່ງປະກອບມີ ຫຼາຍຊະນິດເຊັ່ນ: ສັດລ້ຽງລູກດ້ວຍນົມ ມີ 44 ຊະນິດເຊັ່ນ: ແຮດນໍດຽວ, ແຮດສອງນໍ, ງົວບາ, ຊ້າງ, ຄວາຍປ່າ, ກວາງ, ເສົາລາ, ໝີ, ເໝືອຍ, ເສືອ, ກະທິງ, ຄ່າງ, ຂາແດງ ອື່ນໆ. ສັດເລືອຄານມີ 8 ຊະນິດເຊັ່ນ: ແຂ້, ເຕົ່າຄໍາ, ເຕົ່າປູລູ, ເຕົ່າງັບ, ງູຈົງອາງ ອື່ນໆ. ສັດປີກມີ 36 ຊະນິດເຊັ່ນ: ນົກຍຸງ, ນົກກົກຄໍຄໍາ, ນົກວູ່ວ່າວ, ນົກຂຽນ, ໄກ່ຂວາຫຼວງ ອື່ນໆ. ສັດນໍ້າ ປາພື້ນເມືອງ ມີ 7 ຊະນິດ ປາບຶກ, ປາໄຫຼໄຟ້ຟ້າ, ປາຟາໄລ, ປາກວາງ ແລະ ສັດເຄິ່ງບົກເຄິ່ງນໍ້າ ປະເພດປາຕີນ.
ເນື່ອງໃນໂອກາດ ວັນສະເຫຼີມສະຫຼອງ ວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2017 ຄົບຮອບ 20 ປີ ຈຶ່ງຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ເຂົ້າມາມີສ່ວນຮ່ວມ ແລະ ເປັນເຈົ້າການໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ, ສັດນໍ້າ ແລະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນ ນີ້ໄວ້ ໃຫ້ຄຽງຄູ່ກັບປະເທດລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ.
Editor: ກຳປານາດ ລັດຖະເຮົ້າ