ວັນທີ່ 5 ກໍລະກົດນີ້ ທີ່ເດີ່ນທາດຫຼວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍສີນຄ້າໝົດອາຍຸການນຳໃຊ້, ຈັກຕັດໄມ້, ໝໍ້ຊ໋ອດປາ, ຢາຂ້າຫຍ້າ ແລະ ຊີງຊັ່ງ.
ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ, ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການກົມກອງ, ແຂກຮັບເຊີນ ແລະ ວິຊາການພະແນກອຸດສາຫະກຳ ແລະ ການຄ້າແຂວງເຂົ້າຮ່ວມ.
ທ່ານ ຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຂື້ນລາຍງານກ່ຽວກັບການກວດກາ ແລະ ຍຶດສີນຄ້າ ທີ່ໝົດອາຍຸການນຳໃຊ້ ແລະ ຜະລິດຕະພັນທີ່ລະເມີດຕໍ່ສິດທິການຊົມໃຊ້, ໂດຍເຈົ້າໜ້າທີ່ກວດກາຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາເມືອງ ລົງກວດຢູ່ຕາມຕະຫຼາດ ແລະ ຮ້ານຂາຍເຄື່ອງ ໄດ້ກວດກາພົບເຫັນ ສີນຄ້າທີ່ໝົດອາຍຸ ແລະ ສີນຄ້າຕ້ອງຫ້າມທັງໝົດ 8 ລາຍການຄື: ຢາຂ້າຫຍ້າ 46 ແກັດ, ມີ 192 ຕຸກ, ຈັກຕັດໄມ້ 54 ເຄື່ອງ ພ້ອມດ້ວຍອາໄລຈຳນວນໜື່ງ, ນ້ຳມັນເຄື່ອງປອມ 38 ແກັດ, ມີ 456 ປ່ອງ, ຢາສູບທີ່ບໍ່ຕິດສະແຕມພາສີ ແລະ ບໍ່ພີມຄຳເຕືອນຜົນຮ້າຍຂອງຢາສູບ ເປັນພາສາລາວ ຈຳນວນ 10 ຊະນິດ ມີທັງໝົດ 894 ຊອງ, ຊີງຊັ່ງບໍ່ໄດ້ມາດຕະຖານ 25 ໜ່ວຍ, ລູກຫວ່ານ, ຂີ້ເຈຍ, ມາດ ແລະ ສີນຄ້າປະເພດເຄື່ອງດື່ມທີ່ໝົດອາຍຸຈຳນວນຫຼາຍລາຍການ ມູນຄ່າສີນຄ່າທີ່ຍຶດໄດ້ປະມານ 121 ລ້ານກ່ວາກີບ.
ໃນການປະຕິບັດວຽກງານໃນໄລຍະຜ່ານມາ ສາມາດສະຫຼຸບຖອດຖອນບົດຮຽນໄດ້ຫຼາຍດ້ານ ຈາກນັ້ນ
ຜູ້ເຂົ້າຮ່ວມໄດ້ຊົມການທໍາລາຍສີນຄ້າ ປະເພດເຄື່ອງຈັກຕັດໄມ້, ຊີງຊັ່ງ, ສ່ວນສີນຄ້າທີ່ໝົດອາຍຸການນຳໃຊ້ ແລະ ຢາຂ້າຫຍ້າ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຈັດສັນບ່ອນທຳລາຍຢູ່ເຂດສະໜາມຂີ້ເຫຍື້ອເມືອງຫຼວງພະບາງ.
ຂອບໃຈຂໍ້ມູນຈາກ ວິທະຍຸກະຈ່າຍສຽງແຫ່ງຊາດ
Editor: ຕະວັນ ແສງສະຫວັນ