ຄະນະສະເພາະກິດ ຂັ້ນນະຄອນຫຼວງວຽງຈັນ ເຊິ່ງປະກອບດ້ວຍ ອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ເມືອງສັງທອງ ແລະ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດ,ທະຫານ ໄດ້ລົງກວດກາ 6 ໂຮງງານປຸງແຕ່ງໄມ້ທີ່ຜິດກົດໝາຍ ຢູ່ເມືອງສັງທອງ ມີ: ໂຮງງານເຟີນີເຈີ ທ້າວ ດົມ ບ້ານສຳພັນນາ, ເຟີນີເຈີທ້າວ ຈັນທີ ບ້ານເພຍລາດ, ໂຮງງານ ທ້າວ ນົງ, ທ້າວ ແກ້ວ ບ້ານປາກແຖບ ແລະ ໂຮງງານທ້າວ ລ້ານ ທີ່ຕັ້ງຕິດກັບບ້ານຫີນສິ່ວ ພູພະນັງ.
ຜ່ານການລົງກວດກາຕົວຈິງ ໄດ້ພົບເຫັນບາງໂຮງງານກຳລັງຜະລິດຢູ່, ບາງໂຮງງານບໍ່ພົົບເຈົ້າຂອງ ແລະ ພົບໂຮງງານເຟີນີເຈີ ຈຳນວນໜຶ່ງໄດ້ຍ້າຍບ່ອນຜະລິດ ເຊິ່ງທັງໝົດນັ້ນ ລ້ວນແຕ່ທຳການຜະລິດທີ່ຜິດກົດໝາຍ ແລະ ໄດ້ເຮັດບົດບັນທຶກກ່າວເຕືອນມາຫຼາຍຄັ້ງແລ້ວແຕ່ບໍ່ຢຸດເຊົາ ສະນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຢຶດເຄື່ອງຈັກການຜະລິດ ແລະ ໄມ້ທີ່ຜິດກົດໝາຍໄວ້ດຳເນີນຄະດີ ເຊິ່ງປະກອບມີໄມ້ທ່ອນ ແລະ ໄມ້ແປຮູບຫຼາຍກວ່າ 2 ແມັດກ້ອນ ແລະ ເຄື່ອງຈັກ 29 ໜ່ວຍ, ພ້ອມທັງຕັດໄຟຟ້າແຕ່ລະໂຮງງານ ແລະ ສັ່ງໃຫ້ຢຸດຕິການຜະລິດຢ່າງເດັດຂາດ, ຖ້າຫາກຜ່າຝືນຄັ້ງຕໍ່ໄປແມ່ນຈະປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດຕໍ່ເຈົ້າຂອງໂຮງງານ.
ການລົງກວດກາໃນຄັ້ງນີ້ ເປັນໝາກຜົນໃຫຍ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ ລົງສູ່ນະຄອນຫຼວງວຽງຈັນ ໂດຍສະເພາະເມືອງສັງທອງ ແມ່ນເປັນເມືອງທີ 4 ໃນການກວດກາ ແລະ ຍັງຈະສືບຕໍ່ໄປປະຕິບັດເມືອງອື່ນໆ ໃຫ້ສຳເລັດ ທັງ 9 ຕົວເມືອງ ເພື່ອຄຸ້ມຄອງບັນຫາໄມ້ ໃຫ້ເຂົ້າລະບຽບຢ່າງເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
Editor: ດາວໄຊ ສີວິໄລ