ໃນວັນທີ 26 ມິຖຸນາ ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ ໄດ້ຕິດຕາມຈັບຕົວເປົ້າໝາຍ 2 ຄົນ ຄື: ທ້າວ ໄລມ້ອນ ຫຼື ຕ໋ອຍ ອາຍຸ 35 ປີ, ພ້ອມຢາບ້າ 109 ເມັດ ແລະ ທ້າວ ສຸວັນນະຄານ ຫຼື ແມວ ອາຍຸ 35 ປີ, ພ້ອມຢາບ້າ 158 ເມັດ ທັງສອງຄົນຢູ່ບ້ານຊອກ, ເມືອງໄກສອນພົມວິຫານ, ເຊິ່ງພວກກ່ຽວເປັນເປົ້າໝາຍຕິດຕາມຈັບຕົວຂອງ ເຈົ້າໜ້າທີ່ ແລະ ອໍານດການປົກຄອງບ້ານ ຍ້ອນພວກກ່ຽວເຄື່ອນໄຫວ ຊື້-ຂາຍ ຢາເສບຕິດໃຫ້ໄວລຸ້ນພາຍໃນບ້ານ ເຮັດໃຫ້ບ້ານບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຈາກການຕິດຕາມຈັບຕົວ, ເຈົ້າໜ້າທີ່ພົບເຫັນພວກກ່ຽວກຳລັງຫຼິ້ນ ການພະນັນຢູ່ພາຍໃນບ້ານຊອກ, ຈຶ່ງເຂົ້າກວດຄົ້ນພົບເຫັນຢາບ້າຈໍາ ນວນດັ່ງກ່າວ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວທັງສອງຄົນໄປສືບສວນ ຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ