ວັນທີ 6 ກໍລະກົດຜ່ານມາ ເຈົ້າໜ້າທີ່ສະເພາະກິດ ນະຄອນຫຼວງ ສົມທົບກັບ ຫ້ອງວ່າການປົກຄອງເມືອງນາຍຊາຍທອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ແລະ ຂະແໜງການກ່ຽວຂ້ອງ ລົງປິດກິດຈະການໂຮງງານເຟີນີເຈີໄມ້ແບບຄອບຄົວທີ່ຜິດກົດໝາຍ ແລະ ລະເມີດ ຄຳສັ່ງເລກທີ 15/ນຍ ຈຳນວນ 4 ແຫ່ງ
ໃນນັ້ນ, ມີ: ໂຮງງານເຟີນີເຈີ ບ້ານໜອງສະ, ໂຮງຊອຍໄມ້ບ້ານພັດທະນາ, ໂຮງເຟີນີເຈີແບບຄອບຄົວບ້ານບົວ ແລະ ໂຮງເຟີນີເຈີແບບຄອບຄົວບ້ານໂພນມ່ວງ ເຊິ່ງທັງ 4 ໂຮງງານແມ່ນຖືກເຈົ້າໜ້າທີ່ສະເພາະກິດ ລົງກວດກາຕິດຕາມມາໄລຍະໜຶ່ງແລ້ວ ແລະ ມີຄຳສັ່ງໃຫ້ປິດກິດຈະການ ເຊິ່ງທັງ 4 ກິດຈະການ ຍັງຜ່າຜືນ ຈຶ່ງຖືກເຈົ້າໜ້າທີ່ລົງປິດ ແລະ ອາຍັດ ເຄືອງມື ແລະ ວັດຖຸດິບຈຳນວນໜຶ່ງ.
ທາງດ້ານທ່ານ ພູວຽງ ເພຍເທບ, ຮອງເຈົ້າເມືອງໆນາຊາຍທອງ ເປີດເຜີຍວ່າ: ເພື່ອປະຕິບັດຕາມຄໍາສັ່ງເລກທີ15/ນຍ ຂອງນາຍົກລັດຖະມົນຕີ ໃຫ້ຖືກຈັດຕັ້ງປະຕິບັດຢ່າງຈິງຈັງ ເຈົ້າໜ້າທີ່ສະເພາະກິດຂັ້ນສູນກາງ ແລະ ເມືອງນາຊາຍທອງ ໄດ້ລົງຕິດຕາມ ແລະ ກວດກາຈຳນວນໂຮງງານເຟີນີເຈີ ຈຳນວນ 35 ໂຮງງານ ເຫັນວ່າ ມີ 6 ໂຮງງານທີ່ບໍ່ຖືກຕ້ອງຕາມລະບຽບການ ເຊິ່ງຄະນະສະເພາະກິດໄດ້ເຮັດບົດບັນທຶກ ແລະ ແຈ້ງໃຫ້ 6 ໂຮງງານທີ່ຜະລິດລະບຽບ ໄດ້ຢຸດເຊົາກິດຈະການ ເຊິ່ງມີ 2 ໂຮງງານໄດ້ຢຸດເຊົາກິດຈະການຖາວອນ ແລະ ຍັງອີກ 4 ກິດຈະການຍັງດຳເນີນການຢູ່ ຈຶ່ງຖືກເຈົ້າໜ້າທີ່ລົງສັ່ງປິດພ້ອມທັງ ອາຍັດ ເຄື່ອງຈັກ ແລະ ໄມ້ທີ່ຄ້າງໃນໂຮງງານຈຳນວນໜຶ່ງ.
ຂະນະທີ່ທ່ານ ພອນທິບ ຍົກໄຊຍະຄໍາ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນາຊາຍທອງ ໃຫ້ຮູ້ວ່າ: 4 ໂຮງງານທີ່ຖືກປິດ ເຫັນວ່າເຈົ້າໜ້າທີ່ສະເພາະກິດໄດ້ປະຕິບັດຕາມຂັ້ນຕອນຢ່າງລະອຽດ ເຊິ່ງໃນເບື້ອງຕົ້ນແມ່ນ ໄດ້ເອີ້ນເຈົ້າຂອງກິດຈະການ ແລະ ອຳນາດປົກຄອງບ້ານມາຮັບຊາບ ແລະ ປົດລະບົບໄຟຟ້າໃນໂຮງງານ, ຫຼັງຈາກນັ້ນ ຈະມີພະນັກງານວິຊາການມາຈົດ ແລະ ບັນທຶກຊັບສິນໃນໂຮງງານທັງໝົດແລ້ວຂົນໃສ່ລົດເພື່ອໄປລອບລວມຢູ່ຫ້ອງວ່າການປົກຄອງເມືອງ ເພື່ອກວດກາຄືນອີກຄັ້ງ ສຳລັບ ໄມ້ແມ່ນຈະໄດ້ກວດຄືນປະຫວັດຄວາມຖືກຕ້ອງຂອງໄມ້ຢ່າງລະອຽດ.
Editor: ຕະວັນ ແສງສະຫວັນ