ເພື່ອເປັນການຄືນກຳໄລໃຫ້ແກ່ລູກຄ້າ, ທາງບໍລິສັດພຣູເດັນສໂຊລ໌ ປະກັນໄພຊີວິດຈຳກັດ ໄດ້ກິດຈະກຳລຸ້ນຮັບໂຊກກັບ ພຣູເດັນສໂຊລ໌ ທົ່ວປະເທດ: ກິດຈະກຳດັ່ງກ່າວ ເລີ່ມແຕ່ ວັນທີ 1 ມີນາ 2017 ຈົນເຖິງ ວັນທີ 31 ສິງຫາ 2017 ເຊິງລ່ວມມີຫຼາກຫຼາຍລາງວັນ ເຊັ່ນ: ລົດຈັກ ຮອນດາ ຊູມເມີ ເອັກ, ໂທລະພາບສີ ຊຳຊຸງ ສະມາດທີວີ 55 ນິ້ວ, ໂທລະສັບ ໄອໂຟນ 7 ພລັສ, ກະເປົາເດີນທາງ ແລະ ລາງວັນໃຫ່ຍ ແມ່ນ ລົດເກງ ໂຕໂຍຕ້າ ວີອອສ ແລະ ມາໃນວັນທີ 5 ກໍລະກົດ 2017 ທີຜ່ານມາ ບໍລິສັດ ພຣູເດັນສໂຊລ໌ ປະກັນໄພຊີວິດລາວ ຈຳກັດ, ໄດ້ຈັດງານຈັບສະຫຼາກຄັ້ງທີ 1 ຂື້ນທີ່ສຳນັກງານໃຫ່ຍ ທີ່ຕັ້ງຢູ່ໂຮງແຮມ ວຽງຈັນ ພລາຊາ. ໃນການຈັບລາງວັນຄັ້ງນີ້ ມີ ທ່ານ ອາເລນໄທ,ຜູ້ອຳນວຍການໃຫ່ຍຂອງ ບໍລິສັດ ພຣູເດັນສໂຊລ໌ປະກັນໄພຊີວິດລາວ ຈຳກັດ ແລະ ທ່ານ ນາງ ຈັນສຸກ ທຳມະວົງ ຫົວໜ້າພະແນກປະກັນໄພ, ກົມຄຸ້ມຄອງວິສາຫະກິດລັດລົງທືນ ແລະ ປະກັນໄພ ກະຊວງການເງີນ ໃຫ້ກຽດເຂົ້າຮ່ວມເປັນທານ ໃນການຈັບລາງວັນຄັ້ງນີ້ ແລະ ຍັງມີແຂກຖືກເຊີນເຂົ້າຮ່ວມ ລູກຄ້າ ພະນັກງານ ອະວຸໂສ ຈາກທະນາຄານເອຊີລີດາ,ພະນັກງານອາວຸໂສ ຈາກໂຮງແຮມວຽງຈັນພລາຊາ, ຜູ້ຕາງໜ້າໃຫ້ແກ່ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງີນ ແລະ ນັກຂ່າວຊືມ່ວນຊົນຫຼາຍພາກສ່ວນ ເຂົ້າຮ່ວມ ເພື່ອເປັນສັກຂີພະຍານ ໃນຄວາມຖືກຕ້ອງ ແລະ ໂປ່ງໃສຂອງການຈັບລາງວັນຄັ້ງນີ້.
ລູກຄ້າທີສາມາດມີສິດຮ່ວມການຈັບລາງວັນຄັ້ງທີ 1 ແມ່ນລູກຄ້າທີ່ຊື້ປະກັນໄພຊີວິດ ໃນລະຫວ່າງ ວັນທີ 1 ມີນາ 2017 ຫາ ວັນທີ 31 ພືດສະພາ 2017 ເຊິ່ງ ການຈັບລາງວັນຄັ້ງທີ 1 ນີ້, ລວມ ມີ ກະເປົາເດີນທາງ ຈຳນວນ 20 ໜ່ວຍ, ໂທລະພາບສີ ຊຳຊູງ ສະມາດທີວີ 55 ນິ້ວ ຈຳນວນ 2 ໜ່ວຍ, ໂທລະສັບ ໄອໂຟນ 7 ພລັສ ຈຳນວນ 3 ໜ່ວຍ ແລະ ລົດຈັກ ຮອນດາ ຊູມເມີ ເອັກ 1 ຄັນ, ເຊີ່ງການຈັບລາງວັນຄັ້ງຕໍ່ໄປ ຄື: ຄັ້ງທີ 2 ຈະຖືກຈັດຂຶ້ນໃນ ວັນທີ 9 ຕຸລາ 2017.
Editor: ກຳປານາດ ລັດຖະເຮົ້າ