ເພື່ອເປັນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໃນເມື່ອບໍ່ດົນນີ້ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການສາທາລະນະສຸກ ເມືອງໄຊທານີ ໄດ້ສ້າງຂະບວນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ (ລົງພົ່ນຢາຂ້າຍຸງ) ຢູ່ບ້ານໂນນສະອາດ ມີທ່ານ ພອນປະເສີດ ອຸນາພົມ, ຫົວໜ້າພະແນກສາທາລະນະສຸກ, ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ຕາງໜ້າຫ້ອງການສາທາລະນະສຸກເມືອງອ້ອມຂ້າງ ອຳນາດການປົກຄອງບ້ານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂດຍອີງໃສ່ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ນັບແຕ່ເດືອນມັງກອນ 2017 ເປັນຕົ້ນມາ ປັດຈຸບັນ ພົບຜູ້ຕິດເຊື້ອຈຳນວນ 266 ກໍລະນີ ໃນນີ້ ບ້ານໂນນສະອາດ ພົບຫຼາຍກວ່າໝູ່ 40 ກວ່າກໍລະນີ ຖ້າທຽບໃສ່ປີ 2013 ແມ່ນຍັງຕ່ຳ ໃນໄລຍະດຽວກັນຂອງປີ 2013 ພົບເຫັນຜູ້ຕິດເຊື້ອ 500 ກວ່າກໍລະນີ ເຖິງແນວໃດກໍ່ຕາມ ຂະແໜງການກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ ດ້ວຍການປຸກລະດົມພໍ່ແມ່ປະຊາຊົນເອົາໃຈໃສ່ປະຕິບັດ 5 ປ ຢ່າງເຂັ້ມງວດ ແລະ ອື່ນໆ.
ການລົງພົ່ນຢາຂ້າຍຸງຄັ້ງນີ້ ແມ່ນໄດ້ພົ່ນຈຳນວນ 7 ບ້ານຄື: ບ້ານໂນນສະອາດ, ອຸດົມຜົນ, ທົ່ງມັ່ງ, ຂຸດສາມບາດ, ຫົວນາ, ຊຳບອນ ໂນນບໍ່ແກ້ວ ແລະ ກົມກອງທີ່ພົບເຫັນກໍລະນີເກີດຂຶ້ນ ເຊິ່ງການພົ່ນຢາຈະຊ່ວຍຫຼຸດຜ່ອນການລະບາດຂອງພະຍາດໄຂ້ຍຸງລາຍ ແຕ່ຖ້າຈະໃຫ້ພະຍາດໄຂ້ຍຸງລາຍໝົດໄປນັ້ນ ປະຊາຊົນຕ້ອງມີສ່ວນຮ່ວມໃນການທຳຄວາມສະອາດ ແລະ ທຳລາຍແຫຼ່ງເພາະພັນຂອງຍຸງລາຍຢ່າງເປັນປະຈຳ.
Editor:ດາວໄຊ ສີວິໄລ