ໄລຍະຜ່ານມາ, ຫລາຍທ່ານອາດພົບເຫັນ ບ່ອນລໍຖ້າຂຶ້ນ-ລົງລົດເມ ຂອງຜູ້ໂດຍສານຕາມຈຸດຕ່າງໆໃນນະຄອນຫລວງວຽງຈັນ ທີ່ໄດ້ຮັບການປັບປຸງ ແລະ ມີຄວາມສະອາດງາມຕາ, ຊຶ່ງແມ່ນໜຶ່ງໃນໂຄງການປັບປຸງການຂົນສົ່ງສາທາລະນະ ໃນນະຄອນຫລວງວຽງຈັນ ລະຫວ່າງ ລັດວິສາຫະກິດລົດເມ ແລະ ອົງການໄຈກາ ປະເທດຍີ່ປຸ່ນ, ໂດຍການສືບຕໍ່ຈັດຕັ້ງປະຕິບັດເປັນໄລຍະທີ 2, ຊຶ່ງປະກອບມີ: ການຕິດຕັ້ງເຄື່ອງນັບຜູ້ໂດຍ ສານຂຶ້ນ-ລົງໃສ່ລົດເມຈຳນວນ 42 ຄັນ, ປັບປຸງລະບົບການຄຸ້ມຄອງລັດວິສາຫະກິດລົດເມຄືນໃໝ່ ແລະ ກໍ່ສ້າງບ່ອນລໍຖ້າລົດເມຂອງຜູ້ໂດຍສານຕາມຈຸດຕ່າງໆ ໃນນະຄອນຫລວງວຽງຈັນ ໃຫ້ສະດວກສະບາຍຍິ່ງຂຶ້ນ ແລະ ມາຮອດປັດຈຸບັນ ເຫັນວ່າສຳເລັດໄປແລ້ວເປັນສ່ວນຫລາຍ, ຍັງພຽງຂອດການກວດກາຄວາມເປັນລະບຽບຮຽບຮ້ອຍຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ, ກ່ອນຈະເປີດນຳໃຊ້ຢ່າງເປັນທາງການໃນມໍ່ໆນີ້.
ເມື່ອໂຄງການນີ້ສໍາເລັດ ຈະເຮັດໃຫ້ມວນຊົນ ກໍຄືປະຊາຊົນລາວ ຫັນມານໍາໃຊ້ລົດເມສາທາລະນະຫລາຍຂຶ້ນ, ທັງເປັນການຫລຸດຜ່ອນການນຳໃຊ້ລົດສ່ວນຕົວ, ຫລີກລ່ຽງການຈະລາຈອນແອອັດ, ຫລຸດຜ່ອນການເກີດອຸປະຕິເຫດຮ້າຍແຮງ ແລະ ຍັງຫລຸດຜ່ອນການປ່ອຍມົນລະພິດອອກສູ່ອາກາດໜ້ອຍລົງນຳອີກ.
ຕາມຂໍ້ມູນ ຂອງລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລົດເມຈາກການຊ່ວຍເຫຼືອລ້າ ຂອງອົງການໄຈກາ ປະເທດຍີປຸ່ນ ຈຳນວນ 42 ຄັນ ເມື່ອປີ 2015 ເປັນຕົ້ນມາ. ໄປຄຽງຄູ່ກັບການປັບປຸງ ຂອດບໍລິການ ໃຫ້ມີຄວາມສະດວກວ່ອງໄວ, ປອດໄພ, ຄວາມປະຫຍັດ ຂະຫຍາຍເສັ້ນທາງບໍລິການ ໃຫ້ກ້ວາງຂວາງ ເພື່ອຊ່ວຍເຫຼືອບັນຫາການສັນຈອນແອອັດ ໃນຕົວເມືອງ, ເຊິງປາກົດວ່າ: ໄດ້ມີມວນຊົນໃຫ້ຄວາມສົນໃຈ ຫັນມາໃຊ້ບໍລິການລົດເມ ເພີ່ມຂື້ນເປັນລຳດັບ ຄື: ປີ 2016 ຜ່ານມາ, ມີຕົວເລກຜູ້ໃຊ້ບໍລິການຫຼາຍກວ່າ
Editor:ຕະວັນ ແສງສະຫວັນ