ວັນທີ 1 ກໍລະກົດ 2017, ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ນໍາກໍາລັງບຸກຈັບເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສາມາດຈັບຜູ້ຕ້ອງຫາໄດ້ 4 ຄົນ ຄື: ທ້າວ ໄມແອ່ນ ອາຍຸ 27 ປີ ຢູ່ບ້ານຊຽງກົກໃໝ່, ເມືອງລອງ, ແຂວງຫຼວງນ້ຳທາ, ນາງ ທຳມາ ອາຍຸ 43 ປີ ຢູ່ບ້ານໜອງທາ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ທ້າວ ໄມຫຼ້າ ອາຍຸ 30 ປີ ຢູ່ບ້ານຊຽງລາບ, ເມືອງທ່າຂີ້ເຫຼັກ, ແຂວງຊຽງຕຸງ, ປະເທດມຽນມາ ແລະ ນາງ ອ່ອນ ອາຍຸ 28 ປີ ຢູ່ບ້ານຊຽງລາບ, ເມືອງຊຽງຕຸງ, ແຂວງທ່າຂີ້ເຫຼັກ, ປະເທດມຽນມາ ພ້ອມຂອງກາງຢາບ້າໄດ້ຈຳນວນ 27 ມັດ ເທົ່າ 54.000 ເມັດ, ໂທລະສັບ ມືຖື 6 ໜ່ວຍ, ເງິນຈຳນວນໜຶ່ງ ແລະ ລົດໃຫຍ່ຈໍານວນ 1 ຄັນ.
ປັດຈຸບັນ, ພວກກ່ຽວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຫາກຸ່ມແກ້ງຮ່ວມຂະບວນການໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂອບໃຈຂໍມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ