ວັນທີ 21 ມິຖຸນາ ຜ່ານມານີ້, ເຈົ້າໜ້າທີ່ ໄດ້ມ້າງເປົ້າໝາຂາຍຢາບ້າ ຊື່: ທ້າວ ບ່ອຍ ອາຍຸ 21 ປີ ພ້ອມພັກພວກມົວສຸມຢາເສບຕິດ ໄດ້ 6 ຄົນ ຢູ່ບ້ານໂນນບໍ່ແກ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ສອບສວນຂະຫຍາຍຜົນ ຈັບໄດ້ເພີ່ມອີກ 3 ຄົນ ພ້ອມຂອງກາງ ຢາບ້າ 449 ເມັດ ມາດຳເນີນຄະດີ.
ການມ້າງລາຍຄະດີນີ້, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ນຳກຳລັງບຸກເຂົ້າກວດຄົ້ນເຮືອນຂອງ ທ້າວ ບ່ອຍ ແລະ ກັກຕົວຜູ້ກ່ຽວ ພ້ອມຂອງກາງຢາບ້າ 61 ເມັດ ແລະ ຜູ້ຂາຍອີກຄົນໜຶ່ງ ຊື່ ທ້າວ ໂຕຍ ອາຍຸ 37 ປີ ຢູ່ບ້ານນາ ພ້ອມຂອງກາງຢາບ້າ 8 ເມັດ ແລະ ພັກພວກທີ່ກໍາລັງມົ້ວສຸມຢາເສບຕິດຢູ່ໃນຫ້ອງ ມີຈຳນວນ 6 ຄົນ ຄື: ທ້າວ ບຸ້ຍ ອາຍຸ 37 ປີ ຢູ່ບ້ານໂນນບໍ່ແກ້ວ, ທ້າວ ເທັກ ອາຍຸ 23 ປີ, ທ້າວ ແອ ອາຍຸ 35 ປີ ທັງສອງຂຶ້ນກັບບ້ານໂນນສະອາດ, ທ້າວ ວິໄຊ ອາຍຸ 19 ປີ ຢູ່ບ້ານທ່າງ່ອນ, ແລະ ທ້າວ ລຸ້ຍ ອາຍຸ 23 ປີ ຢູ່ບ້ານໂນນແສງຈັນ ທັງໝົດນີ້ ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ມາສອບສວນ.
ຜ່ານການສອບສວນ (ຜູ້ຂາຍ) ໄດ້ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວນັ້ນ ແມ່ນຂອງພວກກ່ຽວແທ້ ໂດຍຊື້ມານຳທ້າວ ພຸດທະສອນ ອາຍຸ 35 ປີ ຢູ່ບ້ານພະຂາວ ແລະ ທ້າວ ອຸໄດ ອາຍຸ 28 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ ລົງຕິດຕາມເປົ້າໝາຍຊັດຖອດ 2 ຄົນດັ່ງກ່າວ. ມາຮອດເວລາ 16:00 ໂມງ ຈຶ່ງກັກຕົວທ້າວ ພຸດທະພອນ ພ້ອມຂອງກາງຢາບ້າຈຳນວນ 425 ເມັດ ແລະ ກັກຕົວທ້າວ ອຸໄດ ພ້ອມຂອງກາງຢາບ້າ 640 ເມັດ, ຕໍ່ກັບ ຜູ້ເສບ ຈຳນວນ 6 ຄົນນັ້ນ ໄດ້ສາລະພາບວ່າບໍ່ໄດ້ຄ້າຂາຍ ມີແຕ່ຊື້ຢາບ້າເສບ ມືລະ 2-3 ເມັດ.
ຄະດີດັ່ງກ່າວນີ້, ທາງເຈົ້າໜ້າທີ່ ປກສ ເມືອງໄຊທານີ ກຳລັງເລັ່ງສອບສວບເພີ່ມເຕີມ ເພື່ອຊອກຫາທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ພ້ອມຕິດຕາມຈັບຕົວພັກພວກທີ່ຮ່ວມຂະບວນການດຽວກັນນີ້ ມາດຳເນີນຄະດີໃຫ້ໄດ້ໝົດ.
ຂອບໃຈຂໍ້ມູນຈາກ ຫນັງສືພິມຄວາມສະຫງົບ
Editor: ຕະວັນ ແສງສະຫວັນ