ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງສະບັບເລກທີ 62/ນຍ ໃຫ້ທຸກຂະແໜງການ ກໍຄືກະຊວງແຮງງານ, ສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບ ຮີບຮ້ອນຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກບົດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດຢູ່ລາວ ນັບແຕ່ວັນທີ 15 ກໍລະກົດເຖິງວັນທີ 31 ທັນວາ 2017 ນີ້ໃຫ້ສໍາເລັດພ້ອມກັນທົ່ວປະເທດ.
ການຂຶ້ນທະບຽນ ແລະ ອອກບັດອະນຸຍາດດັ່ງກ່າວ ແມ່ນໄດ້ປະຕິບັດມາແລ້ວໄລຍະໜຶ່ງໃນຕົ້ນປີນີ້, ແຕ່ບໍ່ທັນສຳເລັດເທົ່າທີ່ຄວນ, ຊຶ່ງມີແຮງງານຈຳນວນໜຶ່ງຫລົບຫລີກການມາຂຶ້ນທະບຽນ ແລະ ຈຳນວນໜຶ່ງກໍເຂົ້າມາໃໝ່ ດັ່ງນັ້ນ ຈຶ່ງຈະຕ້ອງໄດ້ສືບຕໍ່ປະຕິບັດໃຫ້ສຳເລັດ ເພື່ອການເຄື່ອນໄຫວຂອງເຂົາເຈົ້າຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ສຳລັບ ຜູ້ທີ່ຫລົກຫລີກການຂຶ້ນທະບຽນໃນຄັ້ງຜ່ານມາ ແມ່ນຈະໄດ້ດຳເນີນການປັບໄໝຜູ້ລະ 1 ລ້ານກີບ, ແລ້ວຈຶ່ງຈະອອກບັດອະນຸຍາດຊົ່ວຄາວໃຫ້, ສ່ວນຜູ້ທີ່ເຂົ້າມາໃໝ່ແມ່ນຈະເກັບເງິນຢ້ອນຫລັງ 2 ເດືອນ, ເດືອນລະ 3 ແສນກີບ. ສ່ວນຜູ້ທີ່ໄດ້ອອກບັດເພື່ອຊຳລະສະສາງ ແລະ ພົບວ່າບັດອະນຸຍາດຊົ່ວຄາວທີ່ອອກໃຫ້ແລ້ວນັ້ນກາຍກຳນົດ ກ່ອນຈະອອກບັດອະນຸຍາດໃຫ້ໃໝ່ ແມ່ນຈະຕ້ອງໃຫ້ຜູ້ກ່ຽວຈ່າຍເງິນຢ້ອນຫລັງເດືອນລະ 3 ແສນກີບ, ຖ້າກາຍບໍ່ຮອດເດືອນນັບແຕ່ 15 ວັນລົງມາ ແມ່ນຈ່າຍ 15.000 ກີບຕໍ່ຄົນ, ທັງນີ້ ກໍເພື່ອແນໃສ່ເພີ່ມທະວີການຄຸ້ມຄອງຄົນຕ່າງປະເທດ ທີ່ເຄື່ອນໄຫວຢູ່ລາວມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ ທັງແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ
Editor: ຕະວັນ ແສງສະຫວັນ
{gallery}News/ltv/2017/07/05/l2d-3 {/gallery}