ວັນທີ 4 ກໍລະກົດ 2017 ນີ້ຢູ່ທີ່ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ພ້ອມກັນອອກແຮງງານ ( ອະນາໄມລວມ ) ຕາມຂອບເຂດຮັບຜິດຊອບ ເຊິ່ງນຳພາໂດຍ 3 ອົງການຈັດຕັ້ງພາຄີ ຄື: ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ລວມທັງໝົດ 60 ກ່ວາທ່ານ ຈຸດປະສົງເພື່ອສ້າງຜົນງານ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນແມ່ນ ວັນທີ 13 ກໍລະກົດ ເຊິ່ງເປັນວັນກຳເນີດກິລາລາວ ຄົບຮອບ 51 ປີ, ທີ່ຈະໝູນວຽນມາເຖິງໃນໝໍ້ໆນີ້ ວັນຄ້າຍວັນເກີດປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 108 ປີ, ແລະ ວັນສຳຄັນອື່ນໆ.
ໃນນັ້ນ 3 ອົງການຈັດຕັ້ງ ໄດ້ພ້ອມກັນ ຕັດຫຍ້າ, ຕາມທາງລຽບຕາມກຳແພງ, ປັດກວາດໜ້າເດີ່ນ, ປູກຕົ້ນໄມ້ປະດັບ, ຕົບແຕ່ງຕົ້ນໄມ້ ແລະ ອື່ນໆ, ທັງນີ້ກໍ່ເພື່ອເປັນການຮັກສາຄວາມສະອາດ, ສ້າງສິ່ງແວດລ້ອມໃຫ້ງາມຕາຢູ່ຕະຫຼອດ ໃຫ້ສົມກັບວ່າ: ເມືອງຊຳເໜືອ ໄດ້ຮັບລາງວັນເປັນຕົວເມືອງສີຂຽວ.
Editor: ກຳປານາດ ລັດຖະເຮົ້າ