ໃນວັນທີ 4 ກໍລະກົດ 2017 ນີ້, ເຄພີ ໄດ້ຈັດພິທີເປີດຫ້ອງວາງສະແດງສິນຄ້າໃຫມ່ ຢ່າງເປັນທາງການ ທີ່ບ້ານໂພນສະຫວັນເຫນືອ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ເຂັມຊາດ ພິລາພັນເດດ ຜູ້ອຳນວຍການໃຫຍ່ ບໍລິສັດ ເຄພີ ຈຳກັດ ແລະ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ, ພ້ອມນີ້ກໍ່ຍັງມີ ຄະນະຜູ້ອຳນວຍການ, ຄະນະຜູ້ບໍລິຫານ, ພ້ອມດ້ວຍບັນດາແຂກໃນເຄືອ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມເຖິງສື່ມວນຊົນລາວ ເຂົ້າຮ່ວມ.
ໃນພິທີ ທ່ານ ເຂັມຊາດ ພິລາພັນເດດ ໄດ້ກ່າວວ່າ: ການເປີດຫ້ອງວາງສະແດງຜະລິດຕະພັນສິນຄ້າ ໂຕໂຕ້, ພີລີບ, ຢາຊາກິ ແລະ ຊີນອີດສຸ ຖືເປັນແຫ່ງທຳອິດ ໃນ ສປປ ລາວ, ເຊິ່ງໄດ້ທຸ້ມງົບໃນການສ້າງອາຄານ ແລະ ຫ້ອງວາງສະແດງສິນຄ້າ ໃນມູນຄ່າ 4 ແສນກວ່າໂດລ້າສະຫາລັດ, ໃນເນື້ອທີ່ 1,200 ຕາແມັດ. ແລະ ປະເພດສິນຄ້າທີ່ນຳເຂົ້າມາວາງສະແດງຈຳຫນ່າຍ ແມ່ນຜະລິດຕະພັນທີ່ມີຄຸນນະພາບສູງ ໂດຍເນັ້ນໃສ່ໃນການບໍລິການລູກຄ້າ ໃນຕະຫລາດ ສປປ ລາວ ຢ່າງເຕັມຮູບແບບ, ຄົບຊຸດ, ເປົ້າຫມາຍການບໍລິການລູກຄ້າໂຄງການກໍ່ສ້າງ ແລະ ວຽກຕົບແຕ່ງພາຍໃນຕ່າງໆ. ພາຍຫລັງຕັດແຖບຜ້າ ເປີດຢ່າງເປັນທາງການ ບັນດາຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມພາຍໃນງານ ໄດ້ໃຫ້ກຽດເລາະຢ້ຽມຊົມຫ້ອງວາງສະແດງ ໃນແຕ່ລະຫ້ອງ ຕື່ມອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ