ໃນຕອນເຊົ້າມື້ວານນີ້ ທ່ານ ອຸດົມ ສີປະເສີດ ຮັກສາການຫົວຫນ້າກົມ ຄຸ້ມຄອງຊັບພະຍາກອນປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວກ່ຽວກັບ ວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍມີ ສື່ມວນຊົນ ຈາກຫຼາຍພາກສ່ວນເຂົ້າຮ່ວມ.
ໃນນີ້ ທ່ານ ອຸດົມ ສີປະເສີດ ໄດ້ໃຫ້ຮູ້ວ່າ: ການສະເຫຼີມສະຫຼອງວັນປ່ອຍປາ, ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ເຊິງກົງກັບວັນທີ 13 ກໍລະກົດ ທີ່ໄດ້ໜູນວຽນບັນຈົບຄົບຮອດມາອີກວາລະໜຶ່ງ ຊຶ່ງ ປີ 2017 ນີ້ ຄົບຮອບ 20 ປີ, ໃນການກໍານົດວັນດັ່ງກ່າວ ພັກ - ລັດຖະບານ ເຫັນໄດ້ຄວາມສໍາຄັນ ໃນວຽກການອານຸລັກປົກປົກຮັກສາ ສັດນໍ້າ ແລະ ສັດປ່າ, ຊຶ່ງພໍດີກົງກັບວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ທີ່ແສນເຄົາລົບຮັກ (13 ກໍລະກົດ 1909 -13 ກໍລະກົດ 2017) ຄົບຮອບ 108 ປີ, ສະນັ້ນ ໃນແຕ່ລະປີ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ແມ່ນຈະໄດ້ມີການປ່ອຍປາ ຄືນສູ່ທໍາມະຊາດ ຕາມບໍລິເວນຫ້ວຍ, ຮ່ອງ, ຄອງ, ບຶງ, ແມ່ນໍ້າລໍາ ເຊ ຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ.
ເພື່ອເປັນການໂຄສະນາປູກຈິດສໍານຶກ ໃຫ້ແກ່ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ເຂົ້າມາມີສ່ວນຮ່ວມ ແລະ ເປັນເຈົ້າການໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ, ສັດນໍ້າ ແລະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນນີ້ໄວ້, ໃຫ້ຄຽງຄູ່ກັບປະເທດລາວ ກໍຄືປະຊາຊົນລາວ ແລະ ລູກຫຼານລາວຕະຫຼອດໄປ, (ມີສຽງສຳພາດ ຂອງ ທ່ານ ອຸດົມ ສີປະເສີດ ຮັກສາການຫົວຫນ້າ ກົມຄຸ້ມຄອງຊັບພະຍາກອນ ປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້) ຟັງສຽງ.
Editor: ກຳປານາດ ລັດຖະເຮົ້າ