ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 4 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ກອງ ອຸ່ນມະໂນ, ຮອງເຈົ້າເມືອງນາຊາຍທອງ, ມີຫົວໜ້າຫ້ອງການກ່ຽວຂ້ອງ ພະນັກງານ ແລະ ຜູ້ປະກອບການເຂົ້າຮ່ວມ.
ສຳລັບ ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ມີ ຄຳສັງ ຈາກກະຊວງ ອຸດສາຫະກຳ ແລະ ການຄ້າ ເລກທີ 0847/ອຄ.ກຄພນ ລົງວັນທີ 2 ມິຖຸນາ 2017 ວ່າດ້ວຍການຕິດຕາມ ກວດກາ ແລະ ສະກັດກັ້ນ ການນຳເຂົ້າ, ເຄື່ອນຍ້າຍ ແລະ ຈຳໜ່າຍໝູ ຊິ້ນ, ຊີນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ. ແລະ ຄຳສັ່ງ ຈາກກະຊວງກະສິກຳ ແລະ ປ່າໄມ້ ເລກທີ 2741/ກປ ລົງວັນທີ 23 ພຶດສະພາ 2017 ກ່ຽວກັບ ການຄຸ້ມຄອງການລ້ຽງໝູ , ການສະໜອງຊິ້ນ ແລະ ຜະລິດຕະພັນໝູຢູ່ ສປປ ລາວ.
ໂອກາດດຽວກັນ ທ່ານ ກອງ ອຸ່ນມະໂນ ໄດ້ກ່າວວ່າ: ພາຍຫຼັງສໍາເລັດກອງປະຊຸມດຜີຍແຜ່ 2 ເອກະສານດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມໂດຍສະເພາະຜູ້ປະກອບການໃນການລ້ຽງ, ຜູ້ຂົນສົ່ງ ແລະ ຜູ້ຈຳໜ່າຍໃນທ້ອງຕະຫຼາດ ແມ່ນຮັບຮູ້ທິດທາງໃນການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະແມ່ນເຈົ້າໜ້າທີ່ກະສິກຳ, ເຈົ້າໜ້າທີ່ການຄ້າ ແມ່ນຈະດຳເນີນປະຕິບັດຕາມລະບຽບ, ແຈ້ງການທີ່ໄດ້ເຜິຍແຜ່ໃນຄັ້ງນີ້ ເພື່ອບໍ່ໃຫ້ມີການລັກລອບນຳເຂົ້າ ຫຼື ຜະລິດ ທີ່ຜິດຕາມລະບຽບທີ່ກຳນົດ ເຊິ່ງຖ້າມີການລະເມີດ ເຈົ້າໜ້າທີ່ພົບເຫັນກໍ່ຈະມີການປະຕິບັດ ແລະ ລົງໂທດຕາມກົດໝາຍກຳນົດ.
ສ່ວນທາງດ້ານທ່ານ ພອນທິບ ຍົກໄຊຍະຄໍາ, ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນາຊາຍທອງ ໄດ້ກ່າວວ່າ: ສຳລັບ ການຈັດກອງປະຊຸມເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອເຜີຍແຜ່ໃຫ້ຜູ້ປະກອບການພາຍໃນເມືອງນາຊາຍທອງ ໄດ້ຮັບຊາບຂໍ້ມູນຢ່າງທົ່ວເຖີງ ບໍ່ວ່າຈະເປັນລະບຽບການຈາກຂະແໜງການຄ້າ, ລະບຽບການຈາກຂະແໜງກະສິກຳ ທັງນີ້ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ມີປະສິດທີຜົນເປັນຕົ້ນແມ່ນ ການຕິດຕາມ, ການຍຶດ, ການຄອບຄຸມລາຄາຊິ້ນໝູ, ການຕິດຕາມສະພາບການເໜັງຕີງຂອງລາຄາ ແລະ ອື່ນໆ. ທ່ານຍັງໄດ້ ຍົກບາງເນື້ອໃນ ຂອງຄຳສັ່ງວ່າດ້ວຍການຕິດຕາມ ກວດກາ ແລະ ສະກັດກັ້ນ ການນຳເຂົ້າ, ເຄື່ອນຍ້າຍ ແລະ ຈຳໜ່າຍໝູຊິ້ນ, ຊີນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ຄືໃນ ຂໍ້ 5 ການນຳເຂົ້າໝູ, ຜະລິດຕະພັນໝູ ແລະ ຜະລິດຕະພັນສິນຄ້າທີ່ກ່ຽວກັບສັດມາຈຳໜ່າຍໃນ ສປປ ລາວ ຕ້ອງມີເອກະສານຄື: ມີໃບອະນຸຍາດນຳເຂົ້າທີ່ອອກໃຫ້ໂດຍ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ການສັດຕະວະແພດ (ຂະແໜງກະສິກຳ ປ່າໄມ້). ມີໃບຢັ້ງຢືນສຸຂະພາບສັດ ຫຼື ໃບຢັ້ງຢືນອະນາໄມ ຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ອອກໂດຍອົງການ ຫຼື ເຈົ້າໜ້າທີ່ຂອງລັດກ່ຽວຂ້ອງປະເທດຕົ້ນທາງ ທີ່ຖືກຕ້ອງຕາມເງື່ອນໄຂ ການນຳເຂົ້າຂອງ ສປປ ລາວ. ມີເອກະສານທີ່ກ່ຽວຂ້ອງຕາມກຳນົດ ຂອງອົງການຄຸ້ມຄອງວຽກງານ ການລ້ຽງສັດ ແລະ ສັດຕະວະແພດ ໃນກໍລະນີນຳເຂົ້າເພື່ອລ້ຽງເປັນແນວພັນ.
ໃນກໍລະນີ ຫາກໄດ້ຮັບອະນຸຍາດນໍາເຂົ້າສັດ ຜະລິດຕະພັນສັດ ຫຼື ຜະລິດຕະພັນສິນຄ້າ ທີ່ກ່ຽວກັບສັດ ຕ້ອງນຳເຂົ້າຜ່ານດ່ານສາກົນທີ່ໄດ້ຮັບອະນຸຍາດ ນອກນີ້ ທຸກການນຳເຂົ້າ ເຄື່ອນຍ້າຍ ລູກໝູ, ພໍ່ແມ່ພັນໝູ ໝູຊິ້ນ, ແລະ ຊິ້ນໝູ (ສົດ ແລະ ແຊ່ແຂງ) ລວມທັງຊິ້ນສັດແມ່ນໃຫ້ປະຕິບັດ ຕາມຄຳສັ່ງ ຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການຄຸ້ມຄອງ ການເຄື່ອນຍ້າຍລູກໝູ ແລະ ໝູຊີ້ນເຂົ້າ ສປປ ລາວ.
Editor:ຕະວັນ ແສງສະຫວັນ