ກ່າວເຖິງແຂວງຫລວງພະບາງ ເປັນຈຸດຫມາຍປາຍທາງຂອງນັກທ່ອງທ່ຽວ ທີ່ເຂົ້າມາ ທ່ອງທ່ຽວ ທີ່ ສປປ ລາວ ໃນເບື່ອງຂອງການລົງທຶນ ຫລວງພະບາງແມ່ນມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ສົນໃຈໃນການລົງທຶນ ໃນສະເພາະ ຕົ້ນປີ 2017 ມີບໍລິສັດເອກະຊົນ ເຂົ້າມາລົງທຶນ ທັງໝົດ 43 ໂຄງການ, ມີມູນຄ່າ 83 ຕື້ ກວ່າກີບ
ໃນບົດສະຫລຸບການຈັດຕັ້ງປະຕີບັດ ແຜນພັດທະນາເສດຖະກິດ-ສັງຄົມ ( ງວດ 1 ) ຫລື ໄຕມາດ 1 ພົບວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 43 ໂຄງການ, ມີມູນຄ່າ 83,7 ຕື ກວ່າກີບ, ໃນນັ້ນ ການລົງທຶນກິດຈະການສຳປະທານ ມີ 4 ໂຄງການ ມີມູນຄ່າ 19,6 ຕື້ກີບ, ການລົງທຶນກິດຈະການທົ່ວໄປ ມີ 39 ໂຄງການ ມູນຄ່າ 64,16 ຕື້ກີບ. ໃນນັ້ນ ການລົງທຶນຂອງເອກກະຊົນຕ່າງປະເທດ ມີ 1 ຫົວຫນ່ວຍ ມູນຄ່າ 10 ຕື້ກີບ, ການລົງທຶນຂອງເອກກະຊົນພາຍໃນລ້ວນ ມີ 36 ຫົວຫນ່ວຍ ມີມູນຄ່າ 42,16 ຕື້ກີບ, ແລະ ການລົງທຶນຂອງເອກະິຊົນພາຍໃນ ຮ່ວມກັບຕ່າງປະເທດ ມີ 2 ຫົວຫນ່ວຍ ມີມູນຄ່າ 12 ຕື້ກີບ.
ໃນຂະນະ ແຜນພັດທະນາເສດຖະກີດ-ສັງຄົມ 2017 ໃນໄຕມາດ 2 ຄື: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃນ 40 ກວ່າໂຄງການ, ໃນນັນການລົງທຶນສຳປະທານ 4 ໂຄງການ ມູນຄ່າ 15 ຕືກີບ ແລະ ການລົງທຶນກິດຈະການທົ່ວໄປ 40 ຫົວຫນ່ວຍ.
Editor: ກຳປານາດ ລັດຖະເຮົ້າ