ທ້າຍອາທິດຜ່ານມາ ທີ່ໂຮງແຮມລາວພຣາ ນະຄອນຫຼວງວຽງຈັນ, ລັດຖະບານແຫ່ງ ສປປລາວແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບວຽກງານເສດຖະກິດ ມະຫາພາກ ໂດຍການເປັນປະທານຮ່ວມຂອງ ທ່ານ ປະລິນຍາເອກ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ມີ ທ່ານ ຢາຊູຊິ ເມຕີຊິ ຫົວຫນ້າ ຜູ້ຕາງຫນ້າທະນາຄານພັດທະນາອາຊີ ປະຈໍາ ສປປລາວ ແລະ ທ່ານນາງ ແຊລີ ເບີບິງແຮມ ຫົວຫນ້າ ຜູ້ຕາງຫນ້າ ທະນາຄານໂລກແຫ່ງ ສປປລາວ, ເຂົ້າຮ່ວມ ມີບັນດາຜູ້ຕາງຫນ້າຈາກສະຖານທູດ ປະຈໍາ ສປປລາວ, ອົງການຈັດຕັ້ງສາກົນ, ບັນດາຫົວຫນ້າກົມ, ຮອງຫົວຫນ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລື 3 ບັນຫາຫຼັກຄື: 1 ໄດ້ລົງເລິກກ່ຽວກັບ ສະພາບການພັດທະນາເສດຖະກິດ - ທິດທາງໃນຕໍ່ຫນ້າ, ການຄຸ້ມຄອງທາງດ້ານຫງົບປະມານ, ສະພາບການຂະຫຍາຍຕົວ ໃນໄລຍະຜ່ານມາ ແລະ ການປ່ຽນປີຖານການຄິດໄລ່ ລວມຍອດພະລິດຕະພັນພາຍໃນ, ທິດທາງໃນການພັດທະນາເສດຖະກິດ ໂດຍສະເພາະການຄາດຄະເນປັດໃຈ ທີ່ສົ່ງຜົນຕໍ່ການພັດທະນາ ແລະ ມາດຕາການຕ່າງໆ ໃນການຄຸ້ມຄອງລາຍຮັບ - ລາຍຈ່າຍ, 2 ປຶກສາຫາລືສະພາບແວດລ້ອມ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທືນ ຊຶ່ງເປັນປັດໃຈ ທີ່ສົ່ງຜົນໃຫ້ ເສດຖະກິດ ຂະຫຍາຕົວຢ່າງຕໍ່ເນື່ອງ ແລະ ເປັນປັດໃຈສໍາຄັນຂອງການລົງທືນຂອງ ພາກເອກກະຊົນ ທັງພາຍໃນ ແລະ ຕ່າງປະເທດ ກວມຫຼາຍ 50 ສ່ວນຮ້ອຍ ຂອງການລົງທືນທັງໝົດ ໃນແຜນພັດທະນາເສດທະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແລະ 3 ທະນາຄານໂລກ ໄດ້ມີການນໍາສະເໜີກ່ຽວກັບ ຄວາມສໍາຄັນຂອງການຄຸ້ມຄອງໜີ້ສີນ ຕື່ມອີກ. ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ປະເດັນທີ່ສໍາຄັນໃນການຫາລືຄັ້ງນີ້ແມ່ນ ການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຄຸ້ມຄອງ ມະຫາພາກ ເຊິ່ງເປັນວຽກງານປີ່ນອ້ອມທຸກຂົງເຂດວຽກງານ ໂດຍຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ປະກອບຄໍາຄິດເຫັນຊ່ວຍກັນແກ້ໄຂບັນຫາສິງທ້າທາຍ ແລະ ຂໍ້ຄົງຄ້າງ ໃຫ້ບັນລຸໄດ້ຕາມແຜນ ທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ