ກອງປະຊຸມດັ່ງກ່າວ ຈັດຂື້ນທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 30 ມີຖຸນາ 2017 ຜ່ານມາ, ໂດຍການເປັນປະທານ ຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມນັ້ນຍັງມີ ທ່ານຫົວຫນ້າກົມ, ຮອງກົມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ແລະ ສສ ຫວຽດນາມ. ສະມາຄົມນັກທຸລະກິດ, ຜູ້ປະກອບການ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມ ພົບປະ ສົ່ງເສີມການຄ້າ ລາວ-ຫວຽດນາມ ຄັ້ງນີ້ ໄດ້ນຳສະເຫນີເນື້ອໃນສັນຍາການຄ້າ ສອງຝ່າຍ ແລະ ສິດທິພິເສດ ທີ່ ສປປ ລາວໄດ້ຮັບຈາກສັນຍາການຄ້າ ຊາຍແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ. ເນື້ອໃນກ່ຽວກັບການຈັດຕັ້ງວຽກງານ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບສັນຍາ ການຄ້າສອງຝ່າຍ ແລະ ທິດທາງໃນການຈັດຕັ້ງປະຕິບັດສັນຍາການຄ້າ ຊາຍແດນ ລາວ-ຫວຽດນາມ, ເນື້ອໃນການຈັດຕັ້ງວຽກງານກັກກັນພຶດ ໃນຂອບສັນຍາການຄ້າຊາຍແດນ ແລະ ການຄ້າ ສອງຝ່າຍ. ການຮ່ວມມືລາວ-ຫວຽດ ດ້ານອາຫານ ແລະ ຢາ, ການຈັບຄູ່ທຸລະກິດ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ເງື່ອນໄຂອື່ນໆ. ຮ່ວມກັນ.
Editor: ກຳປານາດ ລັດຖະເຮົ້າ