ເນື່ອງໃນໂອກາດ ຈັດງານວາງສະແດງສິນຄ້າ ລາວ-ຫວຽດ 2017 ທີ່ສູນການຄ້າລາວໄອເຕັກ ຄຽງຄູ່ກັນນັ້ນ ຍັງໄດ້ມີການຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນວຽກງານທຸລະກິດການຕ້າ ລະຫວ່າງ ສະມາຄົມນັກທຸລະກິດ ນະຄອນຫລວງວຽງຈັນ ແລະ ສະມາຕົມນັກທຸລະກິດ ນະຄອນຮ່າໂນຍ. ເຊີ່ງກອງປະຊຸມ ດັ່ງກ່າວ ໄດ້ຈັດຂື້ນ ໃນວັນທີ 30 ມີຖຸນາ 2017 ທີ່ຜ່ານມາ, ທີ່ສູນການຄ້າ ລາວ ໄອເຕັກ, ນະຄອນຫລວງວຽງຈັນ.
ກອງປະຊູມພົບປະແລກປ່ຽນ ດັ່ງກ່າວ ທັງສອງຝ່າຍ ໄດ້ມີການພົບປະ ພ້ອມທັງແລກປ່ຽນປະສົບການກ່ຽວກັບທຸລະກິດຂອງສິນຄ້າ ຮ່ວມກັນ ລະຫວ່າງ ສະມາຄົມນັກທຸລະກິດ ນະຄອນຮາໂນ່ຍ ແລະ ສະມາຄົມນັກທຸລະກິດ ນະຄອນຫລວວຽງຈັນ ເຊີ່ງຕະຫລອດໄລຍະທີ່ຜ່ານມາ ນະຄອນຫລວງຮ່າໂນ່ຍ ໄດ້ ມີການຈັດຕັ້ງໃນຫລາຍໂຄງການເພື່ອສົ່ງເສີມການຄ້າພາຍໃນ ແລະ ຕ່າງປະເທດ ຄື: ຈັດຕັ້ງງານວາງສະແດງຕະຫລາດນັດໃນຕົວເມືອງ ແລະ ທ້ອງຖິ່ນ, ເຂົ້າຮ່ວມຕະຫລາດນັດ ຢູ່ຕ່າງປະເທດ. ແນໃສ່ເພື່ອຊ່ວຍເຫລືອນັກທຸລະກິດ, ພື້ນຖານການຜະລິດ ໃຫ້ເຊື່ອມຕໍ່ກັບການສະຫນອງ ແລະ ຄວາມຕ້ອງການ, ການສ້າງຍິ່ຫໍ້ເພື່ອໂຄສະນາ, ຫາຄູ່ຮ່ວມງານ ແລະ ອື່ນ, ໃນປີ 2017 ນີ້ແມ່ນໄດ້ຮັບການຊຸກຍູ້ສະຫນັບສະຫນູນ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການຕ່າງປະເທດ, ກົມວາງສະແດງ, ກົມສົ່ງເສີມການຄ້າ, ຄະນະສາພາປະຊາຊົນນະຄອນຫລວງ ໄດ້ສ້າງເງື່ອນໄຂ ແລະ ປະສານສົມທົບກັບສະມາຄົມນັກທຸລະກິດຍິງ ຂະຫນາດນ້ອຍ ແລະ ກາງ ນະຄອນຫລວງຮ່າໂນ່ຍ ຈັດຕັ້ງໃຫ້ 20 ວິສາຫາກິດ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ລາວ-ຫວຽດນາມ 2017 ທີ່ສູນການຄ້າ ລາວໄອເຕັກ. ສ່ວນສິນຄ້າຂອງສະມາຄົມທຸລະກິດຍິງ ທີ່ນຳມາວາງສະແດງ ເຊັ່ນ: ຕັດຫຍີບ, ແພໄຫມມ້ອນ, ນ້ຳສີ ທາເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກຳ, ຮູບແຕ້ມ, ຮູບພາບ ແລະ ອາຫານປະເພດແປຮູບ.
Editor: ກຳປານາດ ລັດຖະເຮົ້າ