ກາງເດືອນມິຖຸນານີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ລົງແກ້ໄຂເປົ້າໝາຍຄ້າ ຂາຍຢາເສບຕິດຢູ່ຫ້ອງແຖວເຂດບ້ານຄຳຮຸ່ງ ເມືອງໄຊທານີ ສາມາດ ກັກຕົວຜູ້ຄ້າຂາຍໄດ້ 3 ຄົນ ຄື: ທ້າວ ບຸນມີ ອາຍຸ 30 ປີ ຢູ່ບ້ານ ຄຳຮຸ່ງ, ທ້າວ ສີວົງໄຊ ອາຍຸ 23 ປີ ແລະ ທ້າວ ໂຊຢີ່ ອາຍຸ 23 ປີ ທັງສາມຄົນພັກຢູ່ບ້ານ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ເຈົ້າໜ້າ ທີ່ກວດພົບຢາບ້າ 3 ມັດ, 7 ຖົງ ກັບອີກ 93 ເມັດ ລວມມີຢາບ້າທັງໝົດ 7.493 ເມັດ, ຢາເຮໂຣອິນ 1 ແທ່ງ ແລະ ປືນສັ້ນ 1 ກະບອກ ພ້ອມລູກປືນ 10 ລູກ ແລະ ເຈົ້າໜ້າທີ່ຍັງໄດ້ກັກ ຜູ້ເສບອີກ 3 ຄົນໃນເວລາກວດຄົ້ນຫ້ອງຂອງທ້າວ ໂຊຢີ່ ລວມມີທ້າວ ໄຊ ອາຍຸ 20 ປີ, ທ້າວ ຈິດ ອາຍຸ 22 ປີ ແລະ ທ້າວ ຢົວເຮີ ອາຍຸ 21 ປີ ທັງ 3 ຄົນ ເປັນນັກສຶກສາທີ່ມາພັກ ເຊົານຳທ້າວ ໂຊຢີ່ ທີ່ເປັນພີ່ນ້ອງກັນ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ທຳການສືບສວນ-ສອບສວນຂະຫຍາຍຫາກຸ່ມແກ້ງທີ່ພົວພັນ ຄ້າຂາຍຢາເສບຕິດຮ່ວມກັນ ເພື່ອນຳໄປດຳເນີນຄະດີຕາມກົດໝາຍ.
ຂອບໃຈຫນັງສືພິມ ຄວາມສະຫງົບ
Editor: ຕະວັນ ແສງສະຫວັນ