ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປີ 2017 ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ ມີຫ້ອງວາງສະແດງທັງໝົດ 320 ຫ້ອງ ໃນນັ້ນ 120 ຫ້ອງ ແມ່ນຜູ້ປະກອບການ ຈາກ ສສ ຫວຽດນາມ ແລະ ອີກ 200 ຫ້ອງ ແມ່ນຫົວຫນ່ວຍທຸລະກິດ ຈາກ ສປປ ລາວ. ທ່ານ ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ງານວາງສະແດງ ຄັ້ງນີ້ ແມ່ນຫນຶ່ງໃນກິດຈະກຳສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຕົບຮອບ 55 ປີ. ເຊີ່ງສີນຄ້າທີ່ນຳມາວາງສະແດງ ພາຍໃນງານ ສ່ວນໃຫຍ່ແມ່ນປະເພດເຄື່ອງໃຊ້ໄຟຟ້າ ວັດສະດຸກໍ່ສ້່າງ, ກົນຈັກການກະເສດ, ເຄື່ອງອຸປະໂພກ ແລະ ບໍລີໂພກ, ລວມທັງສິນຄ້າໂອດອບ ຂອງ ສປປ ລາວເຮົາອີກດ້ວຍ.
( ເນື້ອໃນລາຍລະອຽດ ລາຍການມີສຽງສຳພາດ ທ່ານ ສົມຫວັງ ນິນທະວົງ ຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ,,,,,) ຟັງສຽງ.
Editor: ກຳປານາດ ລັດຖະເຮົ້າ