ພິທີ ມອບ-ຮັບ ໃບຢັ້ງຢືນມາດຕະຖານສາກົນ ISO 9001:2015 ດ້ານການບໍລິການ ຈາກອົງກອນ SGS ໃຫ້ກັບ ທະນາຄານ ຮ່ວມພັດທະນາ ຫລື JDB ໄດ້ມີຂື້ນໃນວັນທີ 29 ມິຖນາ 2017 ທີ່ສຳນັກງານໃຫຍ່ຂອງທະນາຄານ JDB ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ເອກກະພັນ ພະພິທັກ, ປະທານສະພາຜູ້ບໍລິຫານ ທະນາຄານ ຮ່ວມພັດທະນາ, ມີຜູ້ອຳນວຍການໃຫຍ່, ຜູ້ບໍລິຫານລະດັບສູງ, ຕ່າງຫນ້າຈາກ ອົງກອນ SGS ແລະ ພະນັກງານທີ່ກ່ຽວຂ້ອງ ພ້ອມສື່ມ່ວນຊົນທຸກພາກສ່ວນເຂົ້າຮ່ວມ.
ທ່ານ ສູນທອນ ຈັນທະວົງ, ຜູ້ອຳນວຍການໃຫຍ່ທະນາຄານ ຮ່ວມພັດທະນາ ຫລື JDB ໄດ້ລາຍງານວ່າ: ເພື່ອເຮັດໃຫ້ທະນາຄານ ຮ່ວມພັດທະນາ ເປັນທະນາຄານທີ່ທັນສະໄຫມ ໄດ້ມາດຕະຖານສາກົນ ເປັນຕົ້ນແມ່ນມາດຕະຖານ ISO 9001:2015 ດ້ານການບໍລິການ ທີ່ທົ່ວໂລກຍອມຮັບ, ສະນັ້ນ, ທະນາຄານ ຮ່ວມພັດທະນາ ແມ່ນໄດ້ເລີ່ມກະກຽມ ແຕ່ເດືອນເມສາ 2015, ຊຶ່ງໄດ້ຈັດລະບຽບຂະບວນການ, ປັບປຸງປະສິດທິພາບຂອງຂະບວນການບໍລິການໃຫ້ໄດ້ລະດັບມາດຕະຖານຢ່າງຕໍ່ເນື່ອງ ເພື່ອຫັນມານຳໃຊ້ມາດຕະຖານ ISO 9001:2015 ມາບໍລິຫານ ແລະ ຈັດຄຸນນະພາບຂອງການບໍລິການໃຫ້ເຂົ້າສູ່ລະບົບສາກົນ.
ປະຈຸບັນ, ທະນາຄານຮ່ວມພັດທະນາ ແມ່ນໄດ້ມາດຕະຖານສາກົນ ISO 9001:2015 ດ້ານການບໍລິການ ຢູ່ສຳນັກງານໃຫຍ່ ນະຄອນຫລວງວຽງຈັນ ແລະ ໃນອາຄົດກໍ່ມີແຜນຈະຂະຫຍາຍໄປຫນ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ຜູ້ມາໃຊ້ບໍລິການກໍ່ຄືລູກຄ້າຂອງທະນາຄານ ຮ່ວມພັດທະນາ ໄດ້ຮັບມາດຕະຖານດຽວກັນຫມົດ ຄືມາດຕະຖານສາກົນ ISO.
Editor: ຕະວັນ ແສງສະຫວັນ