ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ I ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດຂອງນະຄອນຫລວງວຽງຈັນປີ 2017 ຄາດວ່າຈະຢູ່ໃນລະດັບ 10,3%, ລວມຍອດຜະລິດຕະພັນພາຍໃນ (GDP) ຈະບັນລຸໄດ້ເຖິງ 41.379 ຕື້ກີບ, ສະເລ່ຍລາຍໄດ້ປະມານ 5 ພັນກວ່າໂດລາສະຫະລັດຕໍ່ຄົນຕໍ່ປີ. ໃນນີ້ ຂົງເຂດກະສິກໍາ-ປ່າໄມ ກວມເອົາ 15,58%, ອຸດສະຫະກໍາ 46,31% ແລະ ບໍລິການ 38,12% ຂອງ GDP.
ທ່ານຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ສາມາດເກັບລາຍຮັບໄດ້ປະມານ 390 ຕື້ກວ່າກີບເທົ່າກັບ 35% ຂອງແຜນການປີ. ສ່ວນສະພາບການລົງທຶນມີມູນຄ່າຫລາຍກວ່າ 20.750 ຕື້ກີບ, ໃນນີ້ ການລົງທຶນຂອງລັດມີ 363 ໂຄງການ, ເອກະຊົນ 1.686 ໂຄງການ, ອັນພົ້ນເດັ່ນແມ່ນສາມາດດຶງດູດເອົານັກລົງທຶນມາສໍາຫລວດ ແລະ ສືກສາຄວາມເປັນໄປໄດ້ໃນ 2 ໂຄງການພັດທະນາພື້ນຖານໂຄງລ່າງຂະ ໜາດໃຫຍ່ຄື: ໂຄງການກໍ່ສ້າງເສັ້ນທາງຄູ່ຂະໜານ ແຕ່ສູນການຄ້າລາວໄອເຕັກ-ຫົວຂົວ-ໜອງໜ່ຽງ-ດົງໝາກຄາຍ ໃນໄລຍະທາງຍາວ 14 ກວ່າກິໂລແມັດ, ມີມູນຄ່າກໍ່ສ້າງປະມານ 1.600 ຕື້ກີບ ແລະ ໂຄງການກໍ່ສ້າງເສັ້ນທາງ ແລະ ຂົວຂ້າມນໍ້າງື່ມ ຢູ່ຈຸດບ້ານທ່າດອກຄໍາ-ບ້ານດວງບຸດດີ, ເມືອງໄຊທານີ ໃນມູນຄ່າຫລາຍກວ່າ 260 ຕື້ກີບ. ນອກຈາກນີ້ຍັງມືນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຈໍານວນໜຶ່ງມີຄວາມສົນໃຈສໍາປະທານທີ່ດິນ ເພື່ອລົງທຶນປູກໝາກພ້າວຫອມຢູ່ເຂດເມືອງຫາດຊາຍຟອງ, ໂຄງການພັດທະນາແຫລ່ງທ່ອງທ່ຽວໜອງນາແຊງ, ໂຄງການພັດທະນາບຶງໜອງທອງ ເພື່ອປູກພືດປອດສານພິດ ແລະ ບໍລິການການທ່ອງທ່ຽວ ເຂດເມືອງຫາດຊາຍຟອງເຊັ່ນກັນ.
Editor: ຕະວັນ ແສງສະຫວັນ