ໂອກາດວັນຕ້ານຢາເສບຕິດສາກົນຄົບຮອບ 30 ປີ ( ວັນທີ 26/6/1987-26/6/2017) ໃນວັນທີ 26 ມິຖຸນາຜ່ານມານີ້, ແຂວງຫົວພັນ ໄດ້ຈັດພິທີສະເຫຼີມ, ສະຫຼອງວັນຕ້ານຢາເສບຕິດ ແລະ ທຳລາຍຢາເສບຕິດທີ່ຍຶດໄດ້ໃນ 1 ປີຜ່ານມາຢູ່ທີ່ເດີ່ນສະໂມສອນຂອງແຂວງ.
ໃນໜຶ່ງປີຜ່ານມາທາງເຈົ້າໜ້າທີ່ ແຂວງຫົວພັນ ໄດ້ຕັດສິນຄະດີຢາ ເສບຕິດທັງໝົດ 41 ຄະດີ ແລະ ມີຜູ້ຕ້ອງໂທດ 55 ຄົນ, ຍຶດຂອງກາງປະເພດຢາເສບຕິດ ທີ່ນຳມາຈູດທຳ ລາຍໃນມື້ນີ້ມີ: ຢາເຮໂລອິນມີນ້ຳ ໜັກ 11 ກິໂລກວ່າ, ຢາບ້າ ຈຳນວນ 124 ພັນ 761 ເມັດ ( ໜຶ່ງແສນ ຊາວສີ່ພັນ ເຈັດຮ້ອຍຫົກສິບເອັດເມັດ ) ແລະ ຝຸ່ນຂາວມີນໍ້າໜັກ 5 ກິໂລກລາມ.
Editor: ກຳປານາດ ລັດຖະເຮົ້າ