ຕາມການໃຫ້ສໍາພາດ ຂອງ ທ່ານ ຈັນທະລາດ ມະໄລຄໍາ ຮອງຫົວໜ້າຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ໄດ້ລາຍງານຕໍ່ຜູ້ສື່ຂ່າວທ້ອງຖີ່ນໃນວັນທີ 27 ມີຖຸນາ ຜ່ານມານີ້ວ່າ: ວຽກງານການລ້ຽງສັດ ແລະ ການປະມົງ ໃນ 6 ເດືອນຕົ້ນປີ 2017 ແມ່ນມີທ່ວງທ່າດີຂື້ນເຫັນໄດ້ວ່າທົ່ວເມືອງເຊໂປນ ມີສັດລ້ຽງປະເພດຕ່າງໆເພີ່ມຂື້ນ 13 ສ່ວນຮ້ອຍ ຊື່ງໃນນັ້ນຄວາຍ10 ພັນກວ່າໂຕ ທຽບໃສ່ 6 ເດືອນຕົ້ນປີ ເພີ່ມຂື້ນ1%, ງົວ10,876ໂຕ ເພີ່ມຂື້ນ 2%, ແບ້ 9,029ໂຕ ເພີ່ມຂື້ນ 4%, ໝູ 12,810 ໂຕ ເພີ່ມຂື້ນ3%, ສັດປີກປະເພດຕ່າງໆ ເຊັ່ນ: ເປັດ, ໄກ່ ແລະ ອື່ນໆ 335,357ໂຕເພີ່ມຂື້ນ 3%, ສັດຕະແພດໄດ້ລົງເຄື່ນໄຫວຕິດຕາມກວດກາ ການເຝົ້າລະຫວັງການລະບາດຂອງພະຍາດຕ່າງໆ ໃນໄລຍະລະດູຝົນ ໂດຍສົມທົບກັບສັດຕະແພດບ້ານ ໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດເຕົ້າໂຮມເລືອດ,ປາກເປື່ອຍ, ອະຫິວາໝູ, ອະຫິວາສັດປີກ, ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ, ໝາກສຸກສັດປີກ ນິວຄາເຊີນໄອທູ ແລະ ສັກຢາຖ່າຍແມ່ທ້ອງສັດ ສໍາເລັດ100 ສ່ວນຮ້ອຍ, ໃຫ້ພໍ່ແມ່ປະຊາຊົນໄດ້ທັງໝົດ 5,680 ໂຕ, ໃນນັ້ນຄວາຍສັກໄດ້ 1,895 ໂຕ, ງົວ3,785 ໂຕ ແລະ ໄດ້ແຕ່ງພະນັກງານວີຊາການລົງກວດກາຊີ້ນງົວ, ຄວາຍໝູລົງຂາຍຢູ່ຕະຫລາດເມືອງເຊໂປນ, ການອອກໃບອະນຸຍາດເຄື່ອນຍ້າຍສັດ, ກວດກາສຸຂະພາບສັດນໍາໂຄງການປັບປຸງຊິວິດການເປັນຢູ່ 4 ບ້ານເປົ້າໝາຍ ສໍາເລັດ100%,ຢຶດ ແລະ ທໍາລາຍສີ້ນສ່ວນສັດທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ທົ່ວເມືອງມີໜອງປາ1,047 ໜອງ ໃນເນື້ອທີ່ 169 ກວ່າເຮັກຕາ, ໜອງທໍາມະຊາດ100 ໜອງ,ໜອງວີຊາການ 47 ໜອງ, ເມືອງໄດ້ປ່ອຍປາລົງສູ່ທໍາມະຊາດໄດ້ 500,000ໂຕ ( ຫ້າແສນໂຕ) ໃນນັ້ນປ່ອຍລົງໜອງວີຊາການ70,000 ໂຕ, ( ມີສຽງສຳພາດ ທ່ານ ຈັນທະລາດ ມະໄລຄໍາ ຮອງຫົວໜ້າຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ).
Editor: ກຳປານາດ ລັດຖະເຮົ້າ