ເຈົ້າຫນ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄດ້ຈັບຕົວເປົ້າຫມາຍຄ້າຂາຍຢາເສບຕິດໄດ້ສອງຄົນ ພ້ອມຂອງກາງເປັນຢາບ້າທັງຫມົດ 10.940 ເມັດ ໄປດຳເນີນຄະດີ.
ຜູ້ຖືກຫາທີ່ຫນຶ່ງ ໄດ້ຖືກກັກຕົວໃນວັນທີ 31 ພຶດສະພາ 2017 ຊຶ່ງເຈົ້າຫນ້າທີຫນ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ, ແຂວງອັດຕະປື ສົມທົບກັບ ປກສ ແຂວງອັດຕະປື ໄດ້ຈັບຕົວເປົ້າຫມາຍ ຊື້-ຂາຍ ຢາບ້າ ຊື່ນາງ ດຳ ອາຍຸ 20 ປີ ຢູ່ບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ແຂວງອັດຕະປື ພ້ອມຂອງກາງຢາບ້າ 8.600 ເມັດ ຜ່ານການສອບສວນນາງ ດຳ ສາລະພາບວ່າ: ຢາບ້າດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ແລະ ຍອມຮັບວ່າ ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2017
ສ່ວນຜູ້ຖືກຫາທີ່ສອງ ຖືກກັກຕົວໃນວັນທີ 9 ມິຖຸນາ 2017 ຊຶ່ງເປັນຜົນງານຂອງພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄດ້ນຳກຳລັງເຂົ້າກວດຄົ້ນເຮືອນນາງ ຫມຸ້ຍ ອາຍຸ 40 ປີ ຢູ່ບ້ານອຸດົມສຸກ, ເມືອງສະຫນາມໄຊ, ແຂວງອັດຕະປື ຜ່ານການກວດຄົ້ນພົບຢາບ້າ 2.340 ເມັດ ໂດຍຜູ້ກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນໄດ້ສັ່ງຊື່ນຳຜູ້ຮ່ວມຂະບວນການດຽວກັນ ແລ້ວກໍ່ໄປຂາຍໃຫ້ກຸ່ມໄວລຸ້ນ ຢູ່ພາຍໃນບ້ານ ແລະ ບ້ານໃກ້ຄຽງ.
ຂອບໃຈຂໍ້ມູນຈາກຫນັງສືພິມ ຄວາມສະຫງົບ
Editor: ຕະວັນ ແສງສະຫວັນ