ລັດຖະບານ ກຽມຂາຍຫຸ້ນຈຳນວນໜຶ່ງຂອງບໍລິສັດ ການບິນລາວ ເພື່ອໃຫ້ບໍລິສັດສາມາດດຳເນີນງານຢ່າງມີປະສິດທິພາບ ແລະ ມີຄວາມສາມາດຫາຜົນກຳໄລຫຼາຍກວ່າເກົ່າ.
ໜັງສືພິມວຽງຈັນທາມສ໌ ສະບັບ ວັນທີ 27 ມິຖຸນານີ້ ໄດ້ລາຍງານໂດຍອ້າງຕາມການເປີດເຜີຍຂອງທ່ານ ຈະເລີນ ເຢຍປາວເຮີ, ໂຄສົກລັດຖະບານລາວ ທີ່ກ່າວຫຼັງກອງປະຊຸມວຽກງານລັດຖະບານໃນເດືອນມິຖຸນານີ້ວ່າ: ປະເທດລາວ ມີລັດວິສາຫະກິດ 180 ແຫ່ງ ຜະເຊີນກັບຄວາມຫຍຸ້ງຍາກ. ຂະນະທີ່ກ່ອນໜ້ານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ສະພາແຫ່ງຊາດ ວ່າ: ຈະບໍ່ອຸດໜຸນລັດວິສາຫະກິດອີກ ,ແຕ່ຈະໃຊ້ມາດຕະການປັບປຸງການດຳເນີນງານຂອງວິສາຫະກິດເຫຼົ່ານີ້. ພ້ອມທັງ ຍິນດີຕ້ອນຮັບບໍລິສັດການບິນຕ່າງປະເທດ ທີ່ມີຄຸນນະພາບດີ ແລະ ເໝາະສົມຮ່ວມຖືຫຸ້ນຂອງບໍລິສັດ ການບິນລາວ ທີ່ສຳຄັນ "ເປົ້າໝາຍທີ່ລັດຖະບານ ຍົກຄວາມສາມາດຂອງລັດວິສາຫະກິດໃຫ້ສູງຂຶ້ນ ກໍຄືການຊອກຫາບໍລິສັດການບິນຕ່າງປະເທດມາຮ່ວມຫຸ້ນ, ຫາກບໍ່ແມ່ນການຂາຍບໍລິສັດ".
ຂະນະທີ່ທາງດ້ານເຈົ້າໜ້າທີ່ອາວຸໂສຂອງ ບໍລິສັດ ການບິນລາວ ເປີດເຜີຍຕໍ່ນັກຂ່າວໜັງສືພິມ ວຽງຈັນທາມສ໌ວ່າ: ປັດຈຸບັນ, ມີນັກລົງທຶນຈຳນວນໜຶ່ງສົນໃຈແລ້ວ, ແລະ ພວມເກັບກຳຂໍ້ມູນທີ່ກ່ຽວຂ້ອງຂອງລາວ.
ຂອບໃຈຂໍ້ມູນຈາກ: ຫນັງສືພິມວຽງຈັນທາມ
Editor: ຕະວັນ ແສງສະຫວັນ