ເພື່ອເປັນການພັດທະນາ ສີມືແຮງງານ ກໍຄື ການພັດທະນາບຊັບພະຍາກອນມະນູດ ໃນສາຂາ ວິຊາຊ່າງໄມ້ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ໃນວັນທີ 28 ມິຖຸນາ 2017 ທີ່ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ ໄດ້ມີການ ເປີດການທົດສອບສີມືແຮງງານ ຊ່າງໄມ້ເຄື່ອງເຮືອນລະດັບ 3 ຜູ້ຊຳນາງານຂື້້ນ. ເປັນກຽດເຂົ້າຮ່ວມມີ ຫົວຫນ້າກົມ, ຮອງກົມ, ແຂກທີ່ຖືກເຊີນ,ນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ.
ສູນພັດທະນາສີມືແຮງງານດັ່ງກ່າວເປັນສູນໜຶ່ງ ທີ່ຂື້ນກັບກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພາລະບົດບາດໃນການ ພັດທະນາສີມືແຮງງານ, ຕາມມາດຕາຖານສີມືແຮງງານແຫ່ງຊາດ ຊຶ່ງໄດ້ຖືກຮັບຮອງໃນປີ 2012 ນໍາພາຈັດຕັ້້ງປະຕິບັດຢູ່ໃນ 5 ລະດັບສີມືແຮງງານຄື: 1 ວິຊາຊີບຂັ້້ນພື້ນຖານ, 2 ຜູ້ເຄິ່່ງຊໍານານງານ, 3 ຜູ້ຊໍານານງານ, 4 ນາຍຊ່າງ. 5 ຜຸ້ຄຸມງານ, ໃນປະຈຸບັນສູນແຫ່ງນີ້ ໄດ້ຝຶກສີມືແຮງງານ ຮອດແຕ່ລະດັບ 3 ເທົ່ານັ້ນ.
ການທົດສອບສີມືແຮງງານຄັ້ງນີ້ ມີຄວາມສໍາຄັນຫຼາຍ ເຊຶ່ງມັນຢັ້ງຢືນໃຫ້ເຫັນວ່າ ຄວາມຮູ້ - ຄວາມສາມາດ, ຊໍານາງານ ແລະ ຄຸນສົມບັດທັດສະນະອອກແຮງງານ ທີ່ຖືກຕ້ອງຕາມມາດຕະຖານສີມືແຮງງານ ຕາມເຕັກນິກທີ່ໄດ້ກໍານົດໄວ້, ສໍາລັບນັກຮຽນ ທີ່ເຂົ້າຮ່ວມທົດລອງສີມືແຮງງານຄັ້ງນີ້ ມີຊ່າງໄມ້ເຄື່ອງເຮືອນ ຈໍານວນ 10 ຄົນ ທີ່ມາຈາກກົມອຸສາຫະກໍາກອງທັບ ຈາກໂຮງງານປຸງແຕ່ງໄມ້ 5 ແຂວງ ເຂົ້າຝຶກຕາມຫຼັກສູດ ພັດທະນາສີມືແຮງງານ 720 ຊົ່ວໂມງ, ໃນໂອກາດນີ້ ມີຄະນະກໍາມະການທົດສອບສີມືແຮງງານ ທີ່ມາຈາກ ສະພາທີ່ປຶກສາອະຊີວະສຶກສາ ແລະ ພັດທະນາສີມືແຮງງານແຫ່ງຊາດ, ວິທະຍາໄລເຕັກນິກປາກປ່າສັກ, ສະຖາບັນພັດທະນາສີມືແຮງງານລາວ-ເກົາຫລີ, ສູນພັດທະນານະຄອນຫຼວງ ແລະ ໂຮງງານເຟີນີເຈີ້ເຂົ້າຮ່ວມ, ນອກນີ້ທາງສູນດັ່ງກວ່າຍັງໄດ້ນຮ່ວມມືກັບ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງຕັ້ງເຄຶ່ອຄ່າຍ ຫຼື ກຸ່ມການພະລິດ ທຸລະກິດປຸງແຕ່ງໄມ້ ເພື່ອສ້າງແຜນຮ່ວມມື ແລະ ສ້າງສີມືແຮງງານ ຕອບສະໜອງໃຫ້ແກ່ເຄືອຄ່າຍ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ