ໃນວັນທີ 26 ມິຖຸນາ 2017 ຜ່ານມານີ້, ຢູ່ທີ່ ແຄມເສັ້ນທາງແຕ່ຫ້ວຍໝໍ້ ຫາ ບ້ານນ້ຳພ້າວເມືອງວັງວຽງ ແຂວງວຽງຈັນ, ໄດ້ມີການອານາໄມຂີ້ເຫຍື້ອທີ່ຖິ້ມຊະຊາຍ. ໂດຍການນຳພາຂອງ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ, ມີບັນດາທ່ານຫົວໜ້າກຸ່ມບ້ານທ່າເຮືອ, ອຳນາດການປົກຄອງ ແລະປະຊາຊົນ ບ້ານຫ້ວຍໝໍ້, ບ້ານທ່າເຮືອໃຕ້, ບ້ານທ່າເຮືອເໜືອ, ບ້ານຫ້ວຍປາມ້ອມ ເຂົ້າຮ່ວມ.
ທ່ານ ບຸນທັນ ພະວິໄຊ ເລຂາຄະນະພັກຮາກຖານກຸ່ມບ້ານທ່າເຮືອ ຮອງຫົວໜ້າຫ້ອງການອຸດສາຫະກໍາການຄ້າເມືອງວັງວຽງ ໄດ້ໃຫ້ສຳພາດວ່າ: ນັບແຕ່ປີ 2008 - 2017 ເປັນເວລາ 9 ປີ ຈຸດຂີ້ເຫຍື້ອທີ່ຖິ້ມຊະຊາຍ ມີໄລຍະ 600 ແມັດ, ຕາມແຄມທາງ ມັນໄດ້ສ້າງຄວາມບໍ່ສະອາດເປັນຕົ້ນແມ່ນ ຂີ້ເຫຍື້ອມີຄວາມກິ່ນເໝັ້ນແລະຊະຊາຍຕາມເສັ້ນທາງ ມັນໄດ້ສົ່ງຜົນສະທ້ອນ ໃຫ້ກັບພໍ່ແມ່ປະຊາຊົນທີ່ທຽວໄປມາໃນບໍລິເວນດັ່ງກ່າວ ເຊິ່ງມັນເປັນຕົ້ນເຫດຂອງພະຍາດຕ່າງໆ. ດັ່ງນັ້ນ, ທາງອໍານາດການປົກເມືອງສົມທົບກັບກຸ່ມບ້ານທ່າເຮືອ ແລະ ອຳນາດການປົກຄອງບ້ານທີ່ກ້ຽວຂ້ອງ ຈຶ່ງໄດ້ພ້ອມກັນອານາໄມລວມ ແລະ ຈະໄດ້ສ້າງເປັນນິຕິກຳ ຈັດສັນເປັນລະບຽບ ຄຸ້ມຄອງ ໃຫ້ຖືກຕາມຫລັກການ.
ທ່ານ ຈັນໄຕ ສິງເພັດ ນາຍບ້ານໆທ່າເຮືອໄຕ້ ຕ່າງໜ້າໃຫ້ທັງ 4 ບ້ານກ່າວຕື່ມວ່າ: ເພື່ອເປັນການປູກຈິດສຳນຶກຂອງພໍ່ແມ່ປະຊາຊົນ ໃນເຂດນີ້ ໃນການອານາໄມ ແລະ ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ ບໍລິເວນນີ້ອີກເດັດຂາດ. ຖ້າຜູ້ໃດລະເມີດຈະໄດ້ມີການສຶກສາອົບຮົມໃສ່ໂທດຕາມລະບຽບ ທີ່ກຳນົດໄວ້. ສຳຄັນໄປກວ່ານັ້ນແມ່ນເສັ້ນທາງນີ້ ເປັນທາງຜ່ານໄປເຂື່ອນນ້ຳງື່ມ 2
Editor: ກຳປານາດ ລັດຖະເຮົ້າ