ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ປະກາດປ່ອຍຕົວນັກໂທດຢູ່ຕາມບັນດາຄ້າຍຄຸມຂັງ-ດັດສ້າງແຫ່ງຕ່າງໆ ທີ່ຂຶ້ນກັບກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 45 ຄົນ (ຍິງ 16 ຄົນ), ພາຍຫລັງເຫັນວ່າພວກເຂົາປະພືດຕົນດີ ແລະ ເອົາໃຈໃສ່ປະຕິບັດລະບຽບຄ້າຍຄຸມຂັງໃນໄລຍະປະຕິບັດໂທດຢ່າງເຂັ້ມງວດ, ພ້ອມນີ້ ທ່ານຮອງປະທານສານປະຊາຊົນນະຄອນຫລວງ ກໍໄດ້ໂອ້ລົມຕໍ່ນັກໂທດ ທີ່ຖືກຕັດສິນປ່ອຍຕົວໃຫ້ເປັນອິດສະລະພາບ ຈົ່ງເອົາໃຈໃສ່ປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ, ເປັນຄົນດີຂອງຄອບຄົວກໍຄືສັງຄົມ ແລະ ບໍ່ໃຫ້ກັບຄືນໄປກະທຳຜິດລະບຽບກົດໝາຍຄືດັ່ງເຄີຍກະທຳຜ່ານມາອີກ.
ຂອບໃຈຂໍ້ມູນຈາກ: ຫນັງສືພິມລາວພັດທະນາ
Editor: ຕະວັນ ແສງສະຫວັນ