ເມືອງຊ່ອນແມ່ນເມືອງໜຶ່ງຂອງແຂວງຫົວພັນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ ໃນປີ 2014 ໂດຍແບ່ງອອກຈາກເມືອງວຽງທອງ ໃນເມື່ອກ່ອນ. ໄດ້ຮັບການເອົາໃຈໃສ່ຊີ້ນຳຢ່າງໄກ້ຊິດຕິດແທດຈາກຂັ້ນເທິງ ແລະ ຄະນະຮັບຜິດຊອບທຸກຂັ້ນ ມາຮອດປະຈຸບັນ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເທດສະບານເມືອງ ໄດ້ກໍ່ສ້າງສຳເລັດຫລາຍກວ່າ 73 ສ່ວນຮ້ອຍ ຂອງໜ້າວຽກທັງໝົດ.
ຕາມການລາຍງານຂອງ ທ່ານ ຮຸ່ງອາລຸນ ບຸນທະເມືອງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫົວພັນ, ໃນນາມຫົວໜ້າໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເທດສະບານເມືອງຊ່ອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເທສະບານເມືອງຊ່ອນ ແມ່ນປະກອບມີ 11 ກິດຈະກຳຫຼັກ ໄດ້ແກ່ກໍ່ສ້າງເສັ້ນທາງໃຫຍ່, ທາງຊອຍ ພາຍໃນເທສະບານ ລວມໄລຍະທາງຍາວ 40 ກິໂລແມັດ, ໃນນີ້ມີຂົວ 3 ແຫ່ງ, ກໍ່ສ້າງເຄຫາສະຖານ ລວມ 8 ກິດຈະກຳ, ກໍ່ສ້າງລະບົບນ້ຳປະປາ ແລະ ສະໜາມຂີ້ເຫຍື້ອ. ຜ່ານການຈັດຕັ້ງປະຕິບັດ ມາຮອດປະຈຸບັນວຽກງານກໍ່ສ້າງຂົວ-ທາງ ປະຕິບັດໄດ້ 73,94 ສ່ວນຮ້ອຍ; ກໍ່ສ້າງເຄຫາສະຖານ, ນ້ຳປະປາ - ສະໜາມຂີ້ເຫຍື້ອປະຕິບັດໄດ້ 72,42 ສ່ວນຮ້ອຍ ແລະ ແກ້ໄຂຜົນກະທົບທາງດ້ານສິ່ງແວດລ້ອມ - ສັງຄົມ ສໍາເລັດ 100 ສ່ວນຮ້ອຍ
( ສຽງ ທ່ານ ຮຸ່ງອາລຸນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫົວພັນ, ໃນນາມຫົວໜ້າໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນເທດສະບານເມືອງຊ່ອນ).
ພ້ອມກັນນີ້ ທ່ານ ຄຳພຽນ ໄຊສົມພັນ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານເສດຖະກິດເມືອງຊ່ອນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງເທສະບານເປັນໂຄງການໃຫຍ່ທີ່ຂື້ນກັບການຄຸ້ມຄອງຂອງແຂວງ ເຊິ່ງມີຄວາມໝາຍຄວາມສຳຄັນຄຳພຽນ ຫຼາຍຕໍ່ກັບເມືອງທີ່ຈະຊ່ວຍຊຸກຍູ້ການພັດທະນາໃນທຸກດ້ານ, ໂດຍສະເພາະແມ່ນເຮັດໃຫ້ພື້ນຖານໂຄງຮ່າງໄດ້ຮັບການພັດທະນາ ເປັນຕົ້ນແມ່ນຖະໜົນຫົນທາງ, ບັນດາຕຶກສຳນັກງານຫ້ອງການຕ່າງໆ ທີ່ຈະເປັນໃບໜ້າໃໝ່ຂອງເມືອງ, ສະແດງເຖິງອຳນາດການບໍລິຫານລັດ ແລະ ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ.
( ສຽງທ່ານ ຄໍາພຽນ ໄຊສົມພັນ ຮອງເຈົ້າເມືອງ, ຜູ້ຊີ້ນຳວຽກງານເສດຖະກິດເມືອງຊ່ອນ).
ໂຄງການກໍ່ສ້າງພື້ນຖານໂຄງລ່າງເທດບານເມືອງຊ່ອນ ໃຊ້ງົບປະມານທັງໝົດ 120 ລ້ານໂດລາສະຫະລັດ, ເປັນທຶນກູ້ຢືມຈາກທະນາຄານ BIDV ແຫ່ງ ສສ ຫວຽດນາມ, ມີໄລຍະເວລາກໍ່ສ້າງ 36 ເດືອນ, ໂດຍແມ່ນ ບໍລິສັດ ຈິດຈະເລີນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ. ປະຈຸບັນ ບໍລິສັດຮັບເໝົາກໍ່ສ້າງພວມສຸມໃສ່ວຽກງານກໍ່ສ້າງທໍ່ລະບາຍນ້ຳຂ້າງທາງ, ທໍ່ລອດທາງ, ວາງກ້ອນເບຕົງໃຈກາງທາງ - ຂອບທາງ ແລະ ຊັບເບດໜ້າທາງ. ກໍ່ສ້າງອາຄານກຸ່ມການເມືອງ (ຫ້ອງວ່າການ), ວຽກພາຍໃນອາຄານ ແລະ ພາຍນອກອາຄານກຸ່ມຕ່າງໆ, ກໍ່ສ້າງໂຮງງານນ້ຳປະປາ, ວາງທໍ່ນ້ຳດິບ, ທໍ່ສົ່ງ ແລະ ທໍ່ແຈກ. ຄາດວ່າບັນດາໂຄງການຕ່າງນີ້ຈະໃຫ້ໄດ້ຊົມໃຊ້ ໃນກາງປີ 2018 ທີ່ຈະມາເຖິງ.
Editor: ກຳປານາດ ລັດຖະເຮົ້າ