ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງໆເຊກອງ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງຄັ້ງ 5 ສະໄໝທີ 9 ເມື່ອບໍ່ດົນມານີ້ວ່າ: ໃນ 5 ເດືອນຕົ້ນ ປີ 2017 ສາມາດເກັບກ່ຽວ ຜົນຜະລິດເຂົ້ານາແຊງໄດ້ 4.480 ໂຕນ, ໃນເນື້ອທີ່ 830 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 64 ສ່ວນຮ້ອຍ; ປູກພືດສະບຽງອາຫານໄດ້ 1.466 ເຮັກຕາ, ຜົນຜະລິດ 6.071 ໂຕນ, ທຽບໃສ່ແຜນປະຕິບັດ ໄດ້ລື່ນແຜນ 3 ເທົ່າຕົວ (ແຜນ 393 ເຮັກຕາ), ຜົນຜະລິດກາເຟ ໄດ້ 40.730 ໂຕນ, ໃນເນື້ອທີ່ 12.243 ເຮັກຕາ.
ສຳລັບຄາດໝາຍສູ້ຊົນໃນ 7 ເດືອນທ້າຍ ປີ 2017 ຈະສູ້ຊົນຜະລິດເຂົ້າ ໂດຍລວມ ໃຫ້ບັນລຸໄດ້ຫລາຍກວ່າ 59.000 ໂຕນ ໃນເນື້ອທີ່ 9.545 ເຮັກຕາ, ສົ່ງເສີມການປູກພືດ ເປັນສິນຄ້າເປັນຕົ້ນ: ປູກກາເຟ ໃຫ້ໄດ້ 1.970 ເຮັກຕາ, ຜະລິດກາເຟໃຫ້ໄດ້ 45.359 ໂຕນ, ປູກສາລີແຂງ ໃນເນື້ອທີ່ 513 ເຮັກຕາ, ຜົນຜະລິດ 5.130 ໂຕນ, ປູກສາລີຫວານ ໃຫ້ໄດ້ 1.268 ເຮັກຕາ, ຜົນຜະລິດໃຫ້ໄດ້ 5.452 ໂຕນ, ອ້ອຍໃຫ້ໄດ້ຫລາຍກ່ວາ 820 ໂຕນ ໃນເນື້ອທີ່ 100 ເຮັກຕາ, ຖົ່ວດິນ ຜົນຜະລິດໃຫ້ໄດ້ 338 ໂຕນ ໃນເນື້ອທີ່ 525 ເຮັກຕາ, ຖົ່ວເຫລືອງ ຜົນຜະລິດ 132 ໂຕນ, ໃນເນື້ອທີ່ 110 ເຮັກຕາ ແລະ ປູກມັນຕົ້ນ 790 ເຮັກຕາ, ຜົນຜະລິດ 12.640 ໂຕນ. ເຜືອກ-ມັນ ໃຫ້ໄດ້ 1.111 ເຮັກຕາ, ຜົນຜະລິດ 11.388 ໂຕນ ແລະ ພືດຜັກອື່ນໆ 1.100 ເຮັກຕາ, ຜົນຜະລິດ 7.387 ໂຕນ. ນອກຈາກນີ້ ຈະໄດ້ສົ່ງເສີມການລ້ຽງສັດໃຫ້ເພີ່ມຂຶ້ນ ຄື: ງົວ , ຄວາຍ , ແບ້ , ໝູ , ປາ ແລະ ສັດປີກ . ຜະລິດຊີ້ນ-ປາ ແລະ ໄຂ່ ເພື່ອສະໜອງ ໃຫ້ຕະຫລາດ ໃຫ້ພຽງພໍ ແລະ ສາມາດແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນ; ສຸມໃສ່ການປູກໄມ້ (ໄມ້ອຸດສະຫະກຳ, ໄມ້ໃຫ້ໝາກ, ໄມ້ປ່ອງ) ໃຫ້ໄດ້ 4.000 ເຮັກຕາ, ທັງນີ້ເພື່ອເປັນການຊຸກຍູ້ ສົ່ງເສີມການຜະລິດ ໃຫ້ເປັນສິນຄ້າ ໃນເທື່ອລະກ້າວ.
Editor: ກຳປານາດ ລັດຖະເຮົ້າ