ກໍາມະກອນລາວ-ຈີນ ພວມເຮັດວຽກຢ່າງຫ້າວຫັນ ໃຕ້ທໍລະນີເພື່ອຂຸດເຈາະ ແລະ ທະລຸສິ່ງກີດຂວາງໃນອຸບມົງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດພາຍໃນປີ 2021 ຕາມຄວາມປະສົງ. ຂະນະທີ່ ປະເທດເພື່ອນບ້ານ ພວມສະດຸງຕື່ນ ພ້ອມເລັ່ງໜ່ວຍງານສະເພາະກິດໂຄງການເສັ້ນທາງລົດໄຟຄວາມໄວສູງ ພາຍໃນປະເທດໃຫ້ສຶກສາເກັບຂໍ້ມູນ ແລະ ຊອກຫາແຫລ່ງທຶນກ້ອນໃຫຍ່ເລັ່ງສ້າງໃຫ້ເກີດທັນ ກັບປະເທດເພື່ອບ້ານ ເພາະເຊື່ອວ່າ ໂຄງການດັ່ງກ່າວຈະນໍາຜົນປະໂຫຍດມາສູ່ປະຊາຄົມອາຊຽນ ໂດຍເຊື່ອມຈອດກັບໂຄງການສ້າງເສັ້ນທາງສາຍໄໝບູຮານ ຂອງ ຈີນ ອອກສູ່ເອີລົບ, ອາຟຣິກກາ ແລະ ທະວີບອາເມລິກາລາຕິນ.
ເມື່ອຫນຶ່ງອາທິດຜ່ານມານີ້, ຄະນະກຳມະການແກ້ໄຂ-ໄກເກ່ຍຜົນກະທົບແລວ ຢູ່ທີ່ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ລົງສົມທົບຮ່ວມເຮັດວຽກກັບຫ້ອງການປະສານງານທາງລົດໄຟ ປະຈຳພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາ ໄດ້ລົງຕິດຕາມ ແລະ ຢ້ຽມຊົມບັນດາກໍາມະກອນ ຈີນ-ລາວ ພາກັນຂຸດເຈາະ ແລະ ທະລຸອຸບມົງເສັ້ນທາງລົດໄຟໄລຍະທີ I ແຂວງຫລວງນໍ້າທາ ສປປ ລາວ, ພ້ອມນີ້ ຄະນະກໍາມະການດັ່ງກ່າວໄດ້ຍ້ອງຍໍຊົມເຊີຍອ້າຍນ້ອງກໍາມະກອນ ທັງ ສອງຝ່າຍ ທີ່ເຮັດວຽກຢ່າງຫ້າວຫັນຈົນເຮັດໜ້າວຽກຂຸດເຈາະອຸບມົງຄືບໜ້າເກີນຄາດ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການສຳຄັນອັນດັບໜຶ່ງ ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ຕິດຈອດກັບທະເລ ກາຍເປັນປະເທດເຊື່ອມຕໍ່ແບບອັດຕະໂນມັດ ຖ້າເບິ່ງໃນພາບລວມແລ້ວ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ຈູດຂະນວນໃຫ້ບັນດາສະມາຊິກອາຊຽນ ເລີ່ມເຫັນປະໂຫຍດຫລາຍຂຶ້ນ ເນື່ອງຈາກວ່າມັນສາມາເຊື່ອມຕໍ່ທັງລະບົບຄົມມະນາຄົມ, ເສດຖະກິດ, ທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ອື່ນໆ ຜ່ານ ສປປ ລາວ ເຂົ້າປະເທດໄທ, ມາເລເຊຍ ແລະ ສິງກະໂປ ອອກສູ່ປະເທດຈີນ ເຂົ້າໄປອາຊີກາງ ອອກສູ່ລັດເຊຍ,ເອີລົບ, ອາຟຣິກກາ ແລະ ພາກພື້ນອື່ນໆ, ສະນັ້ນ, ຈາກທີ່ເຄີຍປະຕິບັດຂົນສົ່ງສິນຄ້າດ້ວຍກໍາປັ່ນ ລະຫວ່າງ ສປ ຈີນ, ເອີລົບ ເຂົ້າເຖິງອາຊຽນ ເປັນເວລາ 30 ວັນຫລື 1 ເດືອນ ກໍ່ຈະຫລຸດໄລຍະທາງ ພຽງ 1 ອາທິດ ແລະ ຄ່າຂົນສົ່ງກໍຖືກກວ່າ.
Editor: ກຳປານາດ ລັດຖະເຮົ້າ