ກະຊວງການເງິນ ອອກແຮງຢ່າງໜັກເພື່ອຈັດເກັບລາຍຮັບດ້ານພາສີ-ອາກອນຢູ່ດ່ານພາສີສາກົນ ແລະ ພາສີຊາຍແດນທຸກດ່ານ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ໄດ້ຕາມແຜນການທີ່ລັດຖະບານຕັ້ງເປົ້າໝາຍໄວ້ ດ້ວຍການນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ ພ້ອມທັງຂຸດຄົ້ນບັນດາທ່າແຮງບົ່ມຊ້ອນທຸກດ້ານ ເພື່ອເອົາເງິນທຸກກີບເຂົ້າງົບປະມານໃຫ້ໄດ້ຢ່າງເດັດຂາດ.
ໃນໄລຍະທີ່ຜ່ານມາ ກະຊວງການເງິນ ໄດ້ເຂັ້ມງວດຕໍ່ການຂຸດຄົ້ນແຫຼ່ງລາຍຮັບພາຍໃຕ້ກົດໝາຍວ່າດ້ວຍພາສີ ແລະ ສ່ວຍສາອາກອນແມ່ນໄດ້ປະຕິບັດຄົບຖ້ວນ, ພ້ອມທັງປະຕິບັດມາດຕະການ ເຊິ່ງສະແດງອອກໃນການຈັດເກັບລາຍຮັບງວດ 1 ປີ 2017 ເພີ່ມຂຶ້ນ 32.55%. ສ່ວນແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງການພາສີ ແລະ ດ່ານພາສີຊາຍແດນໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ຂຸດຄົ້ນບັນດາທ່າແຮງບົມຊ້ອນຂອງລາຍຮັບ ແນໃສ່ເພື່ອໃຫ້ສາມາດຈັດເກັບລາຍຮັບໃຫ້ໄດ້ຕາມແຜນ, ເພີ່ມທະວີວຽກງານກວດກາຕ້ານ ແລະ ສະກັດກັ້ນການລັກລອບໜີພາສີໃນດ່ານ.
ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຜ່ານມາວ່າ: ກະຊວງການເງິນໄດ້ເຂັ້ມງວດຕໍ່ການຂຸດຄົ້ນແຫຼ່ງລາຍຮັບພາຍໃຕ້ກົດໝາຍວ່າດ້ວຍພາສີ ແລະ ສ່ວຍສາອາກອນແມ່ນໄດ້ປະຕິບັດຄົບຖ້ວນ, ພ້ອມທັງປະຕິບັດມາດຕະການ ແລະ ການຂຸດຄົ້ນແຫຼ່ງລາຍຮັບພາຍໃຕ້ກົດໝາຍວ່າດ້ວຍສ່ວຍສາອາກອນ ແມ່ນໄດ້ເຜີຍແຜ່ໂຄສະນາຜ່ານສື່ອື່ນໆໃຫ້ຜູ້ດຳເນີນທຸລະກິດ, ອົງການຈັດຕັ້ງຂອງລັດຂັ້ນຕ່າງໆ ແລະ ພາກສ່ວນອື່ນທີ່ພົວພັນໄດ້ຮັບຮູ້ ແລະ ເຂົ້າໃຈໄດ້ຫຼາຍພໍສົມຄວນ ພ້ອມທັງນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍໃນການຄຸ້ມຄອງ. ໃນການຈັດຕັ້ງບັນດາມາດຕະການ ກະຊວງການເງິນ ໄດ້ສົມທົບກັບຫຼາຍພາກສ່ວນໃນການລົງໄປຕິດຕາມກວດກາການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີຢູ່ຂັ້ນທອງຖິ່ນຢ່າງປົກກະຕິ ຜ່ານການຈັດຕັ້ງປະຕິບັດເຫັນວ່າມີຄວາມເຂັ້ມງວດຫຼາຍຂຶ້ນ ເຊິ່ງສະແດງອອກໃນການຈັດເກັບລາຍຮັບງວດ 1 ປີ 2017 ສາມາດປະຕິບັດໄດ້ 24.33% ຂອງແຜນການປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 32.55%.
ສ່ວນແຜນການໃນຕໍ່ໜ້າຕໍ່ກັບວຽກງານດັ່ງກ່າວ ຈະໄດ້ສືບຕໍ່ປັບປຸງການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຂະແໜງການພາສີ ແລະ ດ່ານພາສີຊາຍແດນ ໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ຂຸດຄົ້ນບັນດາທ່າແຮງບົມຊ້ອນຂອງລາຍຮັບ ແນໃສເພື່ອໃຫ້ສາມາດຈັດເກັບລາຍຮັບໃຫ້ໄດ້ຕາມແຜນ, ເພີ່ມທະວີວຽກງານກວດກາຕ້ານ ແລະ ສະກັ້ນການລັກລອບໜີພາສີໃນດ່ານ.
ສຳລັບການຂຸດຄົ້ນແຫຼ່ງລາຍຮັບ ພາຍໃຕ້ກົດໝາຍວ່າດ້ວຍສ່ວຍສາອາກອນ ໂດຍສະເພາະແມ່ນມາດຕະການເກັບລາຍຮັບໃຫ້ມີຄວາມໝັ້ນຄົງ ແລະ ເພີ່ມຂຶ້ນໃນຕໍ່ໜ້າ ກະຊວງການເງິນ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ເກັບກຳ ແລະ ສຳຫຼວດຖານຂໍ້ມູນລາຍຮັບງົບປະມານຄືນໃໝ່ໃຫ້ຄົບຖ້ວນຊັດເຈນ.
ຖ້າວຽກງານດັ່ງກ່າວສຳເລັດ ຈະຮູ້ໄດ້ລາຍຮັບງົບປະມານທີ່ແທ້ຈິງ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງຖາວອນ. ຄຽງຄູ່ກັນນັ້ນ, ກໍ່ຈະເພີ່ມທະວີ ຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ, ຂະຫຍາຍການນຳໃຊ້ເຄື່ອງມືທີທັນສະ ໄໝເຂົ້າໃນການຄຸ້ມຄອງລາຍຮັບ ໃນເວລາຂາຍສິນຄ້າ ແລະ ການບໍລິການ ລວມທັງການຄຸ້ມຄອງສຳມະໂນຄົວທີ່ດິນໃຫ້ທົ່ວເຖິງ, ຄົບຖ້ວນ ແລະ ທັນເວລາ; ເພີ່ມທະວີຕໍ່ການກວດກາຄືນ ເພື່ອໃຫ້ວຽກງານຄຸ້ມຄອງເກັບລາຍຮັບໃຫ້ມີປະສິດທິພາບ.
ຂອບໃຈຂໍ້ມູນຈາກ ຫນັງສືພິມເສດຖະກິດ-ການຄ້າ
Editor: ຕະວັນ ແສງສະຫວັນ