ສິນຄ້າຈາກພູມປັນຍາຊາວບ້ານ ທີ່ໄດ້ຮັບກາໝາຍ ODOP ກໍ່ມີສິດຖືກລົບກາໝາຍດັ່ງກ່າວອອກໄດ້ເຊັ່ນກັນ ຫາກບໍ່ປະຕິບັດຕາມເງື່ອນໄຂຕາມກົມສົ່ງເສີມສິນຄ້າ ທີ່ໄດ້ກຳນົດໄວ້ແຕ່ເບື້ອງຕົ້ນ ເພາະຈະມີຄະນະກຳມະການລົງຕິດຕາມ ແລະ ກວດສອບເປັນປະຈຳ.
ທ່ານ ສົມຫວັງ ນິນທະວົງ, ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດຕັ້ງປະຕິບັດໂຄງການມອບກາໝາຍ ODOP ໃນທົ່ວປະເທດ ໂດຍມີນະຄອນຫຼວງວຽງຈັນ ເປັນຈຸດເລີ່ມທົດລອງມາແຕ່ປີ 2012-2013 ຜ່ານການຈັດຕັ້ງປະຕິບັດທົ່ວປະເທດ ມີສິນຄ້າທີ່ໄດ້ຮັບກາໝາຍດັ່ງກ່າວໄດ້ຫຼາຍກວ່າ 100 ຜະລິດຕະພັນ ສຳລັບ ນະຄອນຫຼວງວຽງຈັນ ມີທັງໝົດ 39 ຜະລິດຕະພັນ ເມືອງທີ່ໄດ້ຮັບກາໝາຍຫຼາຍແມ່ນເມືອງໄຊເຊດຖາ ມີ 9 ຜະລິດຕະພັນ ຮອງມາຈັນທະບູລີ 7 ສີໂຄດຕະບອງ ສີສັດຕະນາກ ຕາມລຳດັບ.
ທັງນີ້ ສິນຄ້າທີ່ໄດ້ຮັບກາໝາຍ ODOP ທັງໝົດກໍ່ມີສິດຖືກຢຶດກາໝາຍຄືນໄດ້ເຊັ່ນກັນ ຫາກມີການກວດພົບວ່າບໍ່ປະຕິບັດຕາມມາດຖານທີ່ໄດ້ກຳນົດໄວ້ແຕ່ເບື້ອງຕົ້ນ ເຊັ່ນ: ຄວາມສະອາດ ຖືກຫຼັກສຸຂະອະນາໄມ ຄຸນນະພາບ ມາດຖານ ແລະ ປະລິມານ ຜ່ານມາກໍ່ຍັງບໍ່ທັນກວດພົບຜະລິດຕະພັນໃດທີ່ລະເມີດ ທັງນີ້ກໍ່ ເພື່ອເຮັດໃຫ້ເປັນແບບຢ່າງ ແລະ ເຮັດໃຫ້ ODOP ຂອງລາວມີຄຸນນະພາບເປັນທີ່ເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ຜູ້ຊົມໃຊ້ທັງພາຍໃນ ແລະ ກ້າວສູ່ປະເທດ ເພື່ອນບ້ານ ຕາມຂອບຂອງການເປັນປະຊາຄົມເສດຖະກິດອາຊຽນ (AEC).
ຂອບໃຈຂໍ້ມູນຈາກ: ຫນັງສືພິມວຽງຈັນໃຫມ່
Editor: ຕະວັນ ແສງສະຫວັນ