ຕາມການໃຫ້ສໍາພາດ ຂອງ ທ່ານ ຈັນທະລາດ ມະໄລຄໍາ ຮອງຫົວໜ້າຫ້ອງການສົ່ງເສີມກະສີກໍາ-ປ່າໄມ້ເມືອງເຊໂປນ ໄດ້ລາຍງານຕໍ່ຜູ້ສື່ຂ່າວໃນວັນທີ 19 ມີຖຸນາ ນີ້ວ່າ: ຊາວນາຊາວກະສີກໍາທົ່ວເມືອງເຊໂປນ ກໍາລັງຂຸ້ນຂ້ຽວຜະລິດເຂົ້ານາປີຂອງຕົນ ຢ່າງເປັນຂະບວນຟົດຟື້ນ ເພື່ອໃຫ້ທ່ວງທັນກັບລະດູການ, ສໍາລັບການຜະລິດເຂົ້ານາປີ ປີນີ້ຊາວນາຊາວກະສີກອນເລີ່ມຕົກກ້າແຕ່ເດືອນພຶດສະພາ ເປັນຕົ້ນມາ, ມາຮອດປະຈຸບັນຕົກກ້າ,ໄຖຮຸດສໍາເລັດແລ້ວ100 ສ່ວນຮ້ອຍ, ປັກດໍາສໍາເລັດແລ້ວ1,050 ເຮັກຕາ ຫລື ເທົ່າ30 ສ່ວນຮ້ອຍ, ຕາມແຜນຜະລິດເຂົ້ານາປີ ໃນປີນີ້ຈະໃຫ້ໄດ້ 3,500 ເຮັກຕາ,ສະເລ່ຍສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດເຂົ້າເປືອກໃຫ້ໄດ້ 15,750 ໂຕນ. ໂດຍໃຊ້ແນວພັນທ່າດອກຄໍາ1, ທ່າດອກຄຳ5, ທ່ານດອກຄຳ11 ແລະ ແນວພັນທ່າຊະໂນ, ຄາດວ່າການຜະລິດເຂົ້ານາປີໆນີ້ຈະໃຫ້ສໍາເລັດໃນກາງເດືອນສີງຫາ ທີ່ຈະມາເຖີງນີ້ 100 ສ່ວນຮ້ອຍ ແລະ ເມືອງມີແຜນປູກພຶດສໍາຮອງລະດູຝົນ 723 ເຮັກຕາ, ປະຕິບັດໄດ້ 88,90 ສ່ວນຮ້ອຍ ຊື່ງໃນນັ້ນເມືອງຍັງໄດ້ເລັ່ງໃສ່ປູກກາເຟ, ມັນຕົ້ນ,ກ້ວຍ,ໄມ້ອຸດສາຫະກໍາ,ໄມ້ໃຫ້ໝາກ ແລະ ພຶດໄລຍະສັ້ນເປັນສິນຄ້າ
Editor: ກຳປານາດ ລັດຖະເຮົ້າ