ໃນວັນທີ 19 ມິຖຸນາ 2017 ກະຊວງສາທະລະນະສຸກ ໄດ້ຈັດຕັ້ງສະເຫລີມສະຫລອງ ວັນແພດລາວ ວັນທີ 18 ມີຖຸນາ. ໂດຍໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວຂອງທ່ານ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາຄະນະພັກ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມກອງ ອ້ອມຂ້າງກະຊວງ, ພະແນກສາທາລະນະສຸກ, ອາດີດການນຳ, ພະນັກງານອາວຸໂສ, ວິລະຊົນ, ພະນັກງານ ຫລັກແຫ່ງ, ແພດພະຍາບານຢູ່ຂັ້ນສູນກາງ ຈຳນວນ 300 ກວ່າທ່ານເຂົ້າຮ່ວມ.ວັນແພດລາວ ກໍາເນີດຂື້ນ ຜ່ານຂະບວນວິວັດແຫ່ງການເຕີມໃຫຍ່ຂະຫຍາຍຕົວ ຂອງການແພດລາວ ໃນແຕ່ລະສະໄໝ ແຕ່ດຶກດຳບັນ ແລະ ຕິດພັນ ກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະດັ່ງນີ້: ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂື້ນແບບໃຫມ່ ໄດ້ເປີດກ້ວາງອອກທົ່ວປະເທດ, ເຂດປົດປ່ວຍກໍ່ນັບມື້ນັບຂະຫຍາຍຕົວ. ແພດ ກໍ່ ໄດ້ຮັບໜ້າທີ່ຂອງຕົນ ໃນການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜ່ ໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື້ອຍ. ຕໍ່ມາສູນກາງພັກໄດ້ມີນະໂຍບາຍ ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ. ໃນວັນທີ 18 ມິຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດ ຈຶ່ງໄດ້ຕົກລົງ ແຍກຂະແໜງການສາທາລະນະສຸກ ອອກເປັນສອງການຈັດຕັ້ງຄື: ເສນາຮັກ ເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກ ເພື່ອຮັບໃຊ້ພົນລະເຮືອນ. ທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຂົ້າລົບຮັກ ໄດ້ກ່າວໄວ້ໃນຕອນທ້າຍກອງປະຊຸມ ສາທາລະນະສຸກ ທົ່ວປະເທດ ຄັ້ງທີ່ II ວັນທີ 11 ມີນາ ປີ 1965, ເພິ່ນໄດ້ກ່າວວ່າ: ຈະສະເໜີຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງ ທີ່ມີຄວາມໜາຍປະຫວັດສາດ ເປັນວັນ ແພດລາວ. ຈາກແນວຄິດຊີ້ນຳປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງສາທາລະນະສຸກ ໄດ້ສະເໜີລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີ ໃຫ້ບັນຈຸເຂົ້າໃນກົດໜາຍປິ່ນປົວສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໜວດ 10 ມາດຕາ 76 ໄດ້ກຳນົດເອົາ ວັນທີ 18 ມິຖຸນາ ເປັນວັນແພດລາວ.ວັນແພດລາວ ເປັນວັນໜຶ່ງ ທີ່ເປັນປະຫວັດສາດ ອັນລໍ້າຄ່າຂອງຂະແໜງສາທາລະນະສຸກ ເປັນວັນສ້າງຂະບວນການ ກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສິນຄຸນງາມຄວາມດີຂອງແພດລາວ ໃນສະໄໜຕໍ່ສູ້ກູ້ຊາດ ກໍ່ຄືສະໄໜປົກປັກຮັກສາ ແລະ ສ້າງສາປະເທດຊາດ. ນອກຈາກນີ້ ວັນສະເຫລີມສະຫລອງ ວັນແພດລາວ 18 ມິຖຸນາຍັງເປັນການປຸກຈິດສຳນຶກໃຫ້ແກ່ພະນັກງານ ແພດຫມໍ ພະຍາບານ ພະນັກງານສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາແບບຢ່າງອັນດີງາມ ຂອງແພດຫມໍ ແລະ ພະນັກງານສາທາລະນະສຸກຮຸ້ນກ່ອນ, ອອກແຮງເຝິກຝົນຫລໍ່ຫລອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ, ຈັນຍາທຳວິຊາອາຊີບ ແລະ ຄວາມສຳນານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ; ສົມກຽດສັກສີທີ່ວ່າ: “ເປັນນັກຮົບເສື້ອຂາວປະຕິວັດຂອງພັກ”.
Editor: ຕະວັນ ແສງສະຫວັນ