ພິທີ ມອບ-ຮັບ ໂຮງຮຽນມັດທະຍົມຕອນຕົ້ນ ສົບສານ, ເມືອງຊຽງຄໍ້ ແລະ ມັດທະຍົມຕອນຕົ້ນປ່າຫວານ ເມືອງຊຳເໜືອ ຫຼັງໃໝ່ 2 ຫຼັງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມີຖຸນາ 2017 ນີ້ຢູ່ທີໂຮງຮຽນດັ່ງກ່າວໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ມີທ່ານເຈົ້າເມືອງຊຽງຄໍ້, ການນຳແຂວງ, ການນຳເມືອງຊຳເໜືອ, ຄະນະກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ, ຄະນະພັກກຸ່ມບ້ານ, ນາຍບ້ານ ພ້ອມດ້ວຍ ພໍ່-ແມ່ ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳ.
ໃນພິທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຂຶ້ນຜ່ານບົດລາຍງານໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນຊັ້ນມັດທະຍົມຕອນຕົ້ນສົບສານ ເມືອງຊຽງຄໍ້ ແລະ ມັດທະຍົມຕອນຕົ້ນປ່າຫວານ ເມືອງຊຳເໜືອ ຈາກ ທ່ານ ຮຽວຄຳ ຍອດສີເມືອງ ຜູ້ອຳນວຍການ ບໍລິສັດ ນິລະກອນ ກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ອາຄານຮຽນຊັ້ນມັດທະຍົມຕອນຕົ້ນສົບສານ ເມືອງຊຽງຄໍ້ ແລະ ມັດທະຍົມຕອນຕົ້ນປ່າຫວານ ເມືອງຊໍາເໜືອ ທັງສອງແຫ່ງນີ້ ແມ່ນໄດ້ຮັບທຶນຈາກ ນໍ້າເທີນສອງ ໂດຍຜ່ານ ກະຊວງສຶກສາທິການ ແລະ ກິລາ ເຊິ່ງແມ່ນ: ບໍລິສັດນິລະກອນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ພະແກນສຶກສາທິການ ແລະ ກິລາແຂວງຫົວພັນ ເປັນເຈົ້າຂອງໂຄງການ, ໂຄງການກໍ່ສ້າງ ອາຄານຮຽນຊັ້ນມັດທະຍົມຕອນຕົ້ນສົບສານ ເມືອງຊຽງຄໍ້ ເປັນອາຄານເບຕົງເສີມເຫຼັກຊັ້ນດຽວ ເຊິ່ງມີຂະໜາດ 9 ຄູນ 47 ແມັດ, ຝາກໍ່ດ້ວຍດິນຈີ່, ພື້ນປູດ້ວຍກະໂລ, ມີລວງສູງ 3,47 ແມັດ, ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄູ, ຫຼັງຄາມຸງດ້ວຍກະເບື້ອງສີແດງ, ແຜ່ນພື້ນເບຕົງ, ຕິດຕັ້ງໄຟຟ້າ ແລະ ເຟີນີເຈີຄົບຊຸດ, ມີຫ້ອງນໍ້າ 1 ຫຼັງ ປະກອບມີ 4 ຫ້ອງຄື: ຫ້ອງນໍ້າ ຍິງ-ຊາຍ ເປັນເບຕົງເສີມເຫຼັກ, ມີຂະໜາດ 2,9 x 4,8 ແມັດ, ສູງ 2,7 ແມັດ, ຝາກໍ່ດ້ວຍດິນຈີ່, ມີລະບົບນໍ້າປະປາສະດວກ, ເຊິ່ງໄດ້ເລີ່ມລົງມືນັບແຕ່ວັນທີ 20 ກຸມພາ 2017 ເປັນຕົ້ນມາ ແລະ ມາຮອດວັນທີ 16 ມີຖຸນາ 2017 ນີ້ ໄດ້ສຳເລັດຢ່າງເປັນທາງການ, ລວມເວລາການກໍ່ສ້າງທັງໝົດແມ່ນ 115 ວັນເຕັມ, ລວມມູນຄ່າການກໍ່ສ້າງ 1 ຕື້ 245 ລ້ານ ກ່ວາກີບ, ໂຄງການກໍ່ສ້າງ ອາຄານຮຽນຊັ້ນມັດທະຍົມຕອນຕົ້ນປ່າຫວານ ເມືອງຊຳເໜືອ ເປັນອາຄານເບຕົງເສີມເຫຼັກຊັ້ນດຽວ ເຊິ່ງມີຂະໜາດ 9 x 47 ແມັດ, ຝາກໍ່ດ້ວຍດິນຈີ່, ພື້ນປູດ້ວຍກະໂລ, ມີລວງສູງ 3,45 ແມັດ, ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄູ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງດ້ວຍກະເບື້ອງສີແດງ, ແຜ່ນພື້ນເບຕົງ, ຕິດຕັ້ງໄຟຟ້າ ແລະ ເຟີນີເຈີຄົບຊຸດ, ມີຫ້ອງນໍ້າ 1 ຫຼັງ ປະກອບມີ 4 ຫ້ອງຄື: ຫ້ອງນໍ້າ ຍິງ-ຊາຍ ເປັນເບຕົງເສີມເຫຼັກ, ມີ ຂະໜາດ 2,9 x 4,8 ແມັດ, ສູງ 2,7 ແມັດ, ຝາກໍ່ດ້ວຍດິນຈີ່, ມີລະບົບນໍ້າປະປາສະດວກ, ເຊິ່ງໄດ້ເລີ່ມລົງມືນັບແຕ່ວັນທີ 25 ກຸມພາ 2017 ເປັນຕົ້ນມາ ແລະ ມາຮອດວັນທີ 16 ມີຖຸນາ 2017 ນີ້ໄດ້ສຳເລັດຢ່າງເປັນທາງການ, ລວມເວລາການກໍ່ສ້າງທັງໝົດແມ່ນ 110 ວັນເຕັມ, ລວມມູນຄ່າການກໍ່ສ້າງ 1 ຕື້ 232 ລ້ານ ກ່ວາກີບ ພ້ອມທັງຮັບປະກັນການກໍ່ສ້າງເປັນເວລາ 1 ປີເຕັມ, ໂອກາດ ດັ່ງກ່າວ ທ່ານ ຮຽວຄຳ ຍອດສີເມືອງ ຜູ້ອຳນວຍການ ບໍລິສັດນິລະກອນ ກໍ່ສ້າງ ແລະ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ກໍ່ໄດ້ພ້ອມກັນຂຶ້ນເຊັນບົດບັນທຶກ ມອບ-ຮັບ 2 ໂຄງການກໍ່ສ້າງ ອາຄານຮຽນຊັ້ນມັດທະຍົມຕອນຕົ້ນ ສົບສານ ແລະ ປ່າຫວານ ຢ່າງເປັນທາງການ.
Editor: ສີງຫາ ເລື່ອງວັນ