ຊາວແຂວງວຽງຈັນເກຶອບ 300 ຄົນ. ໄດ້ລວມພະລັງ ສະແດງອອກເຖິງຄວາມຮັກສຸຂະພາບ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 45 ປີ ( ວັນທີ 05 ມິຖຸນາ ) ໂດຍໄດ້ຈັດກິດຈະກໍາ ຍ່າງມາລາທ໋ອນໃນໄລຍະທາງປະມານ 2 ກິໂລແມັດກວ່າ ເລີ່ມຈາກ ພະແນກຊັບພະກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ຫາ ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ໄດ້ປູກຕົ້ນໄມ້ຢູ່ທີ່ນັ້ນພ້ອມແລະທາງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ຍັງໄດ້ມອບກະຕ່າໃສ່ຂີ້ເຫຍື້ອຈຳນວນ 5 ໜ່ວຍ ໃຫ້ວິທະຍາໄລເຕັກນິກແຂວງວຽງຈັນ. ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າ ຂອງວັນທີ 14 ມິຖຸນາ 2017 ທີ່ຜ່ານມາ. ໃຫ້ກຽດຕັດແຖບຜ້າເປີດຂະບວນຍ່າງມາລາທ໋ອນຄັ້ງນີ້ ໂດຍແມ່ນ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ-ຮອງເຈົ້າແຂວງໆວຽງຈັນ. ແລະ ໃຫ້ກຽດເຂົ້າຮ່ວມກິດຈະກໍາຄັ້ງນີ້ ໂດຍ ທ່ານ ວິດົງ ໄຊຍະສອນ ເລຂາພັກແຂວງ,ເຈົ້າແຂວງໆວຽງຈັນ, ມີບັນດາຄະນະພັກ,ອຳນາດການປົກຄອງແຂວງ, ຫົວໜ້າພະແນກການ, ອົງການ ອ້ອມຂ້າງແຂວງ ແລະ ເມືອງອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ກອງຄຳ ອິນໄພຍະລາດ ຫົວໜ້າພະແນກ ຊັບພະກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດກິດຈະກໍາຄັ້ງນີ້ ແມ່ນເພຶ່ອເປັນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 45 ປີ ແລະ ເພຶ່ອເປັນການປູກຈິດສຳນຶກໃຫ້ທົ່ວປວງຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບບັນຫາສິ່ງແວດລ້ອມ ເພາະວ່າບັນຫາສິ່ງແວດລ້ອມນັ້ນ ສ່ວນຫຼາຍແມ່ນເກີດຂຶ້ນຍ້ອນຄົນເຮົາເອງ ສະນັ້ນ ຄົນເຮົາຕ້ອງເປັນຜູ້ແກ້.
Editor: ກຳປານາດ ລັດຖະເຮົ້າ