ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 45 ປີ, ໄດ້ຈັດຂື້ນໃນເມື່ອບໍ່ດົນມານີ້ ຢູ່ທີສະໂມສອນໃຫ່ຍຂອງແຂວງ ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍລິຄຳໄຊ ມີພະນັກງານ-ລັດຖະກອນພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງບໍລິຄຳໄຊ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນຕ້່າງໆພາຍໃນແຂວງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນພາຍໃຕ້ຫົວຂໍ້: ການເຊື່ອມໂຍງມະນຸດເຮົາ ເຂົ້າກັບທຳມະຊາດ ຄືກັບ ພວກເຮົາຢູ່ກັບທຳມະຊາດ.
ໃນພິທີ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ກ່າວຫວນຄືນປະຫວັດຄວາມເປັນມາ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ວ່າ: ເມື່ອກ້າວເຂົ້າຊຸມປີ 1789 ເປັນຕົ້ນມາ ສັງຄົມອຸດສະຫະກຳ ໄດ້ມີການຂະຫຍາຍຕົວ ເຊິ່ງໄດ້ມີການທຳລາຍຊັບພະຍາກອນທຳມະຊາດ ແລະ ປ່າໄມ້ຢ່າງຫຼວງຫຼາຍເຮັດໃຫ້ສະພາບການຂອງໂລກເລີ່ມມີການປ່ຽນແປງ,ຊັ້ນບັນຍາກາດບໍ່ມີສະຖຽນລະພາບ ແລະ ໂລກຮ້ອນຂື້ນຢ່າງລຽນຕິດ ພ້ອມດຽວກັນປະຊາກອນຂອງໂລກກໍ່ເພີ່ມຂື້ນຢ່າງໄວວາ ສິ່ງເສດເຫຼືອກໍ່ເພີ່ມຂື້ນ ໂຮງງານອຸດສາຫະກຳນຳໃຊ້ສານເຄມີເຂົ້າໃນຂະບວນການຜະລິດ ເຮັດໃຫ້ມີໂລກລະບາດ ແລະ ປະຊາຊົນພົບຄວາມທຸກຍາກ. ຍ້ອນເຫັນໄດ້ເຖີງຜົນກະທົບທີ່ເກີດຂື້ນດັ່ງກ່າວ ມາຮອດວັນທີ 5 ມິຖຸນາ 1972 ຈຶ່ງໄດ້ມີກອງປະຊຸມສຸດຍອດຂອງມວນມະນຸດ ຢູ່ທີ່ສະຕ໋ອກໂຮມ ປະເທດສະວິເດນ, ເຊິ່ງໃນກອງປະຊຸມດັ່ງກ່າວ ໄດ້ຕົກລົງເອົາວຽກງານສິ່ງແວດລ້ອມມາຄົ້ນຄ້ວາ ແລະ ໃຫ້ມີການຫ້າງຫາກະກຽມມາດຕະການແກ້ໄຂ ແລະ ເອົາໃຈໃສ່ຕໍ່ກັບບັນຫາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຢ່າງຍືນຍົງ ໄປສົມຄູ່ກັບການພັດທະນາເສດຖະກິດສັງຄົມ ສະນັ້ນຈຶ່ງໄດ້ຖືເອົາ ວັນທີ 5 ມິຖຸນາຂອງທຸກໆປີ ເປັນວັນສິ່ງແວດລ້ອມໂລກຈົນເຖິງປັດຈຸບັນ. ໃນນັ້ນມະຕິກອງປະຊຸມໃຫ່ຍຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ການຈັດຕັ້ງປະຕິບັດເປົ້າໝາຍແຜນພັດທະນາເສດຖະກິດ - ສັງຄົມ 5 ປີ, ຄັ້ງທີ 8 ຮອດປີ 2020 ຄື: ຕ້ອງບັນລຸເຮັດໃຫ້ເສດຖະກິດແຫ່ງຊາດ ມີການເຕີບໂຕຢ່າງຕໍ່ເນື່ອງ,ໝັ້ນທ່ຽງ ແລະ ສົມດຸນ ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຄວາມສາມາດຂອງບຸກຄະລາກອນຈາກພາກລັດ ແລະ ກຳລັງແຮງງານຈາກພາກສ່ວນເອກະຊົນ ແລະ ຊັບພະຍາກອນ ທຳມະຊາດແລະ ສິ່ງແວດລ້ອມໄດ້ຮັບການປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິຜົນ ຕາມທິດສີຂຽວ ແລະ ຢືນຢົງ.
ຈາກນັ້ນ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ. ຍັງໄດ້ຜ່ານສານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ. ພ້ອມຮັບຊົມການສະແດງລະຄອນ, ກິດຈະກຳການຖາມ-ຕອບຄວາມຮູ້ພື້ນຖານທາງດ້ານສິ່ງແວດລ້ອມ ຈາກທີມງານນັກສຶກສາຄະນະວິທະຍາສາດປ່າໄມ້,ມະຫາວິທະຍາໄລແຫ່ງຊາດ, ບົດລະຄອນ ແລະ ກິດຈະກຳລ້ວນແລ້ວແຕ່ເປັນບົດຮຽນ, ປູກຈິດສຳນຶກ ໃຫ້ຄົນຮູ້ຈັກຮັກສາສິ່ງແວດລ້ອມ.
Editor: ກຳປານາດ ລັດຖະເຮົ້າ