ກາງເດືອນມີຖຸນາ 2017 ນີ້,ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຮັບຮອງແຜນພັດທະນາ ກຸ່ມບ້ານຂັ້ນເມືອງ ຮອບວຽນ 15 (2018) ຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ປະຈຳເມືອງເຊໂປນ, ໂດຍການເປັນປະທານ ຂອງ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງໆເຊໂປນ, ມີທ່ານ ກອງຄຳ ໄຊປັນຍາ ຮອງຫົວໜ້າແຜນການ ແລະ ການລົງທຶນແຂວງສະຫວັນນະເຂດ, ເຂົ້າຮ່ວມມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຜູ້ຕາງຫນ້າໂຄງການ, ບັນດາຕົວແທນກຸ່ມບ້ານ 12 ກຸ່ມບ້ານ, ຫົວໜ້າກຸ່ມ, ຜູ້ຊີ້ນຳກຸ່ມບ້ານ ພ້ອມດ້ວຍພະນັກ ງານວິຊາການຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ເຂົ້າຮ່ວມ 81 ຄົນ,ຍິງ 21 ຄົນ.
ໃນພິທີ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງໆເຊໂປນ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ຮັບຮອງກອງປະຊຸມແຜນພັດທະນາກຸ່ມບ້ານ ຂັ້ນເມືອງ, ຮອບ 15 ປີ 2018 ນີ້,ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍມາຍັງບັນດາທ່ານທີ່ໄດ້ເອົາໃຈໃສ່ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງພ້ອມພຽງ, ຮັບຜິດຊອບການກະກຽມທາງດ້ານຂໍ້ມູມໂດຍຜ່ານກອງປະຊຸມຂັ້ນບ້ານ ແລະ ຂັ້ນກຸ່ມບ້ານພ້ອມທັງການກະກຽມເນື້ອໃນຕ່າງໆຂອງການຈັດຕັ້ງປະຕິບັດແຜນພັດທະນາ ກຸ່ມບ້ານທີ່ໃຫ້ການສະໜັບສະໜູນແກ່ກຸ່ມບ້ານເປົ້າ ໝາຍພາຍໃນເມືອງເຊໂປນ. ຫຼັງຈາກນັ້ນ ທ່ານ ລໍາເງິນ ສີປັດໃຈ ຫົວໜ້າທີມ ກອງທຶນຫລຸດຜ່ອນຄວາມທຸກຍາກ ເມືອງເຊໂປນ ໄດ້ຂື້ນລາຍງານໃນການຈັດຕັ້ງປະຕິໜ້າວຽກ (ທລຍ 2) ຮອບວຽນ 14 ໃນ(2017) ສະພາບລວມຂອງ (ທລຍ) ໄລຍະ 3, ເຊິ່ງເລີ່ມແຕ່ປີ 2016 (ຮອບວຽນ 14 ) ຫາທ້າຍປີ 2019 (ຮອບວຽນ 16) ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 12 ກຸ່ມບ້ານ, ໃນຈຳນວນ 62 ບ້ານເປົ້າໝາຍ ມີ 4,853 ຫລັງຄາເຮືອນ, ມີພົນລະເມືອງທັງໝົດ 32,516 ຄົນ, ຍິງ 16,147 ຄົນ, ມີ 03 ຊົນເຜົ່າ ຄື:ເຜົ່າຜູ້ໄທ, ເຜົ່າຕຣີ ແລະ ເຜົ່າມັງກອງ ແລະ ເປົ້າໝາຍທີ່ຈະໄດ້ງົບປະມານໃນ (ທລຍ3) ມີທັງໝົດ 15 ໂຄງການ, ແລະ ພວມກໍາລັງຈັດຕັ້ງປະຕິບັດ ມີ 14 ໂຄງການ ແລະ ສະເໜີປ່ຽນ 01 ໂຄງການ, ແລະໂຄງການນີ້ແມ່ນຈະໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍ ຮອບວຽນ 14 (2017) ກໍ່ຄືການກໍ່ສ້າງຟື້ນຖານໂຄງລ່າງ, ກິດຈະກໍາປັບປຸງຊີວິດການເປັນຢູ່, ວຽກງານເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ວຽກງານຊຸມຊົນເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານສຸຂະສຶກສາ, ການສ້ອມແປງ, ຂໍ້ສະດວກໃນການຈັດຕັ້ງປະຕິບັດ, ຂໍ້ຫຍຸ້ງຍາກ ແລະ ຕ້ອງໄດ້ປັບປຸງໃນຕໍ່ໜ້າ,ງົບປະມານຮອບວຽນ 14 (2017) ນີ້ ມູນຄ່າ (ສາມຕື້, ແປດຮ້ອຍເກົ້າສິບສາມລ້ານ ກວ່າກີບ)
ໃນກອງປະຊຸມບັນດາກຸ່ມບ້ານເປົ້າໝາຍ ຍັງໄດ້ພັດປ່ຽນກັນຂື້ນລາຍງານແຜນພັດທະນາຂອງບ້ານຂອງຕົນຢ່າງກົງໄປກົງມາ, ໃນທ້າຍກອງປະຊຸມ ທ່ານ ຮອງເຈົ້າເມືອງ ກໍ່ໃຫ້ກຽດມີຄຳເຫັນ ແລະ ໃຫ້ທິດເຍືອງທາງແກ່ກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນສຸມຈິດສຸມໃຈຄົ້ນຄວ້າເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ,ຮຽກຮ້ອງໃຫ້ຜູ້ປະສານງານ ແລະ ຕົວແທນທີ່ມາຈາກບ້ານ ແລະ ກຸ່ມບ້ານນຳເອົາເນື້ອໃນຈິດໃຈ ແລະ ການຕົກລົງຂອງກອງປະຊຸມໃນຄັ້ງນີ້, ແຈ້ງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້,ພ້ອມກັນກະກຽມຈັດຕັ້ງປະຕິບັດໂດຍດ່ວນ ແລະ ຮຽກຮ້ອງໃຫ້ຂະແໜງທີ່ກ່ຽວຂ້ອງຊ່ວຍຊຸກຍູ້ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກສະບາຍໃນການຈັດຕັ້ງປະຕິບັດໂຄງການ ໃຫ້ໄດ້ຮັບຜົນສຳເລັດໂດຍໄວ, ຊຸກຍູ້ປະຊາຊົນໃຫ້ຮູ້ຈັກຄຸ້ມຄອງ ແລະ ນຳໃຊ້ໂຄງການເພື່ອປະຊາຊົນມີຄວາມສະດວກສະບາຍ, ເຮັດໃຫ້ປະຊາຊົນມີຊິວິດການເປັນຢູ່ດີຂື້ນເທື່ອລະກ້າວ ຫຼຸດພົ້ນອອກຈາກຄວາມທຸກຍາກແຕ່ນີ້ ຫາ ປີ 2020.
Editor: ກຳປານາດ ລັດຖະເຮົ້າ