ນະໂຍບາຍໃນການສົ່ງເສີມຜະລີດສີນຄ້າ ແລະ ສ້າງສີນຄ້າທີ່ມີຄຸນນະພາບ ກາຍເປັນສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລີດຕະພັນແຫ່ງຊາດ ຫລື ໂອດອບ ຕາມທີ່ກະຊວງອຸດສາຫະກຳ ແລະ ການຄ້າ ວາງໄວ້, ກ້າວໄປເຖິງການສ້າງສິນຄ້າໃຫ້ເປັນເອກະລັກ, ມີຄວາມຍືນຍົງ ແລະ ເປັນສິນຄ້າແຫ່ງພູມປັນຍາ ທີ່ສຶບທອດມູນເຊື້ອຈາກການຜະລິດຂອງຄົນຮຸ້ນເກົ່າ ສູ່ຄົນຮຸ້ນໃຫມ່, ສ້າງຜະລິດຕະພັນໃຫ້ມີມູນຄ່າເພີ່ມສູງຂື້ນ ໂດຍຜ່ານຂະບວນການປຸງແຕ່ງ ແລະ ຂະບວນການຫຸ້ມຫໍ່ ໃຫ້ມີຄວາມສອດຄ່ອງກັບການຕະຫລາດ ໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ອີກຫນຶ່ງສີນຄ້າ ໂອດອບ ທີ່ເມືອງຫາດຊາຍຟອງ ທີ່ມີຊື່ສຽງ ແລະ ເປັນທີ່ຕ້ອງການຂອງຜູ້ບໍລິໂພກ ເຊີ່ງໃນປະຈຸບັນແມ່ນພວມໄດ້ຮັບຄວາມນິຍົມສູງ ຈາກປະຊາຊົນລາວ ໃນທົ່ວປະເທດ ນັ້ນກໍຕື ນົມສົ້ມ 3 ດາວ. ແລະ ເມື່ອບໍ່ດົນມານີ້ ຄະນະສື່ມວນຊົນ ຈາກວີທະຍຸ-ໂທລະພາບ ແລະ ຫນັງສືພີມ ຫລາຍພາກສ່ວນ ໄດ້ມີໂອກາດ ລົງຢ້ຽມຢາມເບີ່ງການຜະລີດ ນົມສົ້ມ 3 ດາວ ທີ່ເມືອງຫາດຊາຍຟອງ ໂດຍ ທ່ານນາງ ພອນສະຫວັນ ພັນທະວີ ເຂົ້າຂອງຜະລິດຈະພັນນົມສົ້ມ 3 ດາວ ສີນຄ້າໂອດອບ ໄດ້ອະທິບາຍແກ່ສື່ມວນຊົນວ່າ: ນົມສົມ 3 ດາວ ແມ່ນມີສູດການຜະລີດ ມາຈາກ 3 ປະເທດ ຄື: ປະເທດລັດເຊຍ, ປະເທດອີນເດຍ ແລະ ປະເທດສີງກະໂປ. ເປັນສີນຄ້າທີ່ໄດ້ຮັບຄວາມນິຍົມສູງຂາກປະຊາຊົນ ໃນທົ່ວປະເທດ ໃນທຸກເພດທຸກໄວ. ກາຍເປັນສິນຄ້າຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ( ໄດ້ຮັບກາຫມາຍຖອດອບ ໃນປີ 2016 ) ພ້ອມກັນນັ້ນ ທູກຂະບວນການຜະລີດ ແມ່ນໄດ້ຜ່ານການກວດສອບ ແລະ ມີຄວາມພີຖີພີຖັນ ຈາກກົມອາຫານ ແລະ ຢາ ( ກອຢ) ຈາກກະຊວງສາທາລະນະສູກ ຖືກຕ້ອງຕາມລະບຽບກົດຫມາຍ. ມາໃນປະຈຸບັນຜະລີດຕະພັນນົມສົມ 3 ດາວ ປະກອບມີ: ນົມສົມ 3 ດາວ ແບບເປັນກ້ອງ, ກະແລມ, ແລະ ໂຢເກີສ 3 ດາວ. ທີ່ມີລົດຊາດແຊບຊ້ອຍ. ທ່ານນາງ ພອນສະຫວັນ ພັນທະວີ ກ່າວຕື່ມວ່າ: ການຜະລີດ ທັງໝົດແມ່ນຜະລີດແບບຄອບຄົວ ໂດຍຍັງໃຊ້ແຮງງານຄົນເປັນສ່ວນໃຫຍ່ ແລະ ນຳເອົາເຄື່ອງມືອຸປະກອນບາງສ່ວນ ເຕັກນິກມາປະສົມປະສານໃນການຜະລິດ, ສີ່ງສຳຄັນ ຍັງສ້າງວຽກເຮັດງານທຳ ແກ່ເອື້ອຍນ້ອງແມ່ຍີງລາວ ໄດ້ມີວຽກ ງານທຳ, ໄດ້ພັດທະນາສີມື ສ້າງລາຍຮັບໃຫ້ກັບຕົນເອງ, ຄອບຄົວ ແລະ ສັງຄົມ ເປັນຈຳນວນຫລວງຫລາຍ.
Editor: ກຳປານາດ ລັດຖະເຮົ້າ