ໃນວັນທີ 7 ມີຖຸນາ 2017 ຜ່ານມານີ້, ຢູ່ຫ້ອງປະຊຸມສາທາລະນະສຸກເມືອງເຊໂປນ, ແຂວງສະຫວັນນະເຂດ, ໄດ້ຈັດພີທີມອບ-ຮັບອຸປະກອນການແພດຂື້ນຢ່າງເປັນທາງການ, ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ລວມມີ 14ລາຍການ ຄື: ເຄື່ອງມືຊ່ວຍການເກີດ-ອອກ ຈຳນວນ 2 ອັນ,ລົດເຂັນຄົນເຈັບແບບນັ່ງ 1 ຄັນ, ເຄື່ອງວັດແທກຄວາມດັນໂລຫິດ( ເລືອດ) ຈຳນວນ 3 ເຄື່ອງ, ເຄື່ອງມືຊຸດຫຍິບບາດແຜ ຂະໜາດນ້ອຍ ຈຳນວນ 3 ອັນ,ເຄື່ອງວັດອ໋ອກຊິແຊນໃນເລືອດ 2 ເຄື່ອງ, ເຄື່ອງມືອຸປະກອນກວດຫູ 2 ອັນ ,ເຄື່ອງດູດກະເທີ່ 2 ເຄື່ອງ, ອຸປະກອນປະກອບການໃຊ້ຖັງອ໋ອກຊິແຊນ 2 ອັນ, ລົດເຂັນສໍາລັບເຄື່ອນຍ້າຍຖັງອ໋ອກຊີແຊນ 1 ຄັນ, ຕຽງນອນຄົນເຈັບ1ຕຽງ, ລົດເຂັນຄົນເຈັບແບບນອນ1ຄັນ, ຖັງອ໋ອກຊິແຊນ 2 ຖັງ, ລໍ້ເຄື່ອງມືແພດ1ຄັນ, ລໍ້ອາຫານ 1 ຄັນ. ລວມມູນຄ່າທັງໝົດ ປະມານ 25 ລ້ານກີບໂດຍແມ່ນພະຄູວິມົນ ສາທຸວັດ ເຈົ້າອະທິການວັດຍາງລະຫົງ ບ້ານກະແຈະເມືອງນາຍາຍອານ, ແຂວງຈັນທະບູລີ ປະເທດໄທ. ເຊີ່ງຕາງໜ້າໃຫ້ແກ່ບັນດາອອກຕົນຍາດໂຍມ,ເຈົ້າສັດທາທັງຫລາຍທີ່ຮ່ວມບໍລິຈາກເປັນຜູ້ມອບ,ໃນພີທີ ພະອາຈານຍາທ່ານ ຄ່ອງ ປະທານ ອົງການພູດທະສາສະຫນາສຳພັນລາວເມືອງເຊໂປນ ກໍ່ຍັງໄດ້ສະໜັບສະໜູນ ມອບເງີນ1 ລ້ານ 9 ແສນກີບ ໃຫ້ໂຮງໝໍເມືອງເຊໂປນ ແລະ ອອກຕົນຍາດໂຍມທີ່ມາຈາກປະເທດ ກໍໄດ້ຮ່ວມສະໜັບສະໜູນ ສົມທົບທຶນ ຈໍານວນ ເກືອບ 2 ລ້ານກີບ,ຖດຍແມ່ນ ທ່ານໝໍ ເພັດສົມພອນ ນັນສູນທະວົງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງເຊໂປນ ຂື້ນຮັບຊ້ອງໜ້າ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ທ່ານ ດຣ, ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ, ພະນັກງານ,ວີຊາການແພດໝໍແລະ ທິມງານຈາກວັດຍາງລະຫົງ, ເຈົ້າສັດທາອອກຕົນຍາດໂຍມທີ່ມາຈາກແຂວງຈັນທະບູລີ ປະເທດໄທ ພ້ອມດ້ວຍຄະນະ ອພສ ເມືອງເຊໂປນເປັນສັກຂິພີຍານນໍາດ້ວຍ ໃນພີທີຍັງໄດ້ມອບໃບສັນລະເສີນຂອງທ່ານເຈົ້າເມືອງ ໃຫ້ແກ່ຜູ້ພາກສ່ວນ ທີ່ປະກອບສ່ວນ ໃນຄັ້ງນີ້ ຈໍານວນ 18 ທ່ານ ໂດຍແມ່ນ ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ເປັນຜູ້ມອບ, ຕາງໜ້າ18 ທ່ານຂື້ນຮັບ ສຸດທ້າຍ ເຈົ້າເມືອງເຊໂປນ ກໍໄດ້ໃຫ້ກຽດຂື້ນກ່າວຄໍາຂອບໃຈມາຍັງທິມງານ ຈາກວັດຍາງລະຫົງ ແຂວງຈັນທະບູລີປະເທດໄທ ພ້ອມດ້ວຍອອກຕົນຍາດໂຍມ ແລະ ຄະນະ ອພສ ເມືອງເຊໂປນ ທີ່ໄດ້ຮ່ວມສະໜັບສະໜູນມອບອຸປະກອນການແພດ ແລະ ທຶນຮອນໃຫ້ໂຮງໝໍເມືອງເຊໂປນ, ແຂວງສະຫວັນະເຂດ, ສ່ວນເຄື່ອງດັ່ງກ່າວແມ່ນຈະນໍາໃຊ້ປິ່ນປົວຮັກສາຄົນເຈັບໃຫ້ທ່ວງທັນເວລາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.
Editor: ກຳປານາດ ລັດຖະເຮົ້າ