ມະຫາວິທະຍາໄລ ແຫ່ງຊາດ ຈັດພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ. ເພື່ອຕອບສະໜອງຕາມວິໄສທັດຂອງແຜນແມ່ບົດໃນການສ້າງ ວິທະຍາເຂດດົງໂດກ ໃຫ້ເປັນວິທະຍາເຂດສີຂຽວ, ສະອາດ, ສວຍງາມ ແລະ ເປັນມິດກັບສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2017, ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ປານີ ຍາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາພັກນັກງານ ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ການອະນຸລັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ ເປັນປັດໄຈສໍາຄັນຕົ້ນຕໍ ເປັນພັນທະຂອງທຸກຄົນ ທີ່ຕ້ອງໄດ້ພ້ອມກັນປະຕິບັດ ສືບຕໍ່ສົ່ງເສີມສິ່ງ ໃຫ້ຄຽງຄູ່ກັບການດໍາລົງຊີວິດປະຈໍາວັນ ແລະ ເປັນການປູກຈິດສໍານຶກທີ່ດີໃຫ້ແກ່ ຊາວໜຸ່ມ-ເຍົາວະຊົນ ອະນຸຊົນຮຸ່ນຫຼັງ ໃຫ້ໄດ້ເຫັນເຖິງຄວາມສໍາຄັນຂອງປ່າໄມ້. ດັ່ງນັ້ນ ພັກ ແລະ ລັດຖະບານ ຈຶ່ງໄດ້ກຳນົດວັນເພື່ອຈັດກິດຈະກຳດັ່ງກ່າວຂຶ້ນ. ວັນປູກຕົ້ນໄມ້ແຫ່ງຊາດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ໂດຍອີງໃສ່ມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 48/ນຍ, ລົງວັນທີ 9 ກຸມພາ 1980 ແລະ ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ດຳເນີນການປູກຕົ້ນໄມ້ເພື່ອຄືນປ່າໃຫ້ດົງເດີມຕະຫລອດມາ ເພື່ອສ້າງ ແລະ ພັດທະນາ ມຊ ໃຫ້ເປັນມະຫາວິທະຍາໄລສີຂຽວ ສະອາດສວຍງາມ ຕາມທິດພັດທະນາແບບຍືນຍົງ. ນອກຈາກນີ້, ທ່ານຍັງກ່າວຕື່ມວ່າ: ເມື່ອກ່ອນແມ່ນໄດ້ປູກເບ້ຍໄມ້ເຮັດໃຫ້ການຢືນຕົ້ນເຕີບໂຕ ບໍ່ໄດ້ຕາມຈໍານວນທີ່ຕ້ອງການ, ການບົວລະບັດຮັກສາໃຫ້ໃຫຍ່ສູງກໍ່ມີຄວາມລໍາບາກ, ຕໍ່ບັນຫາດັ່ງກ່າວ ຈຶ່ງໄດ້ຫັນທິດຈາກການປູກເບ້ຍໄມ້ມາເປັນປູກໄມ້ທົດແທນ ຄື: ເອົາເບ້ຍໄມ້ມາບໍາລຸງຮັກສາໃຫ້ການເຕີບໃຫຍ່ເປັນເວລາ 1 ປີ ແລ້ວຈິ່ງສາມາດເອົາມາປູກ ເພື່ອຮັບປະກັນໃນການເຕີບໃຫຍ່ເກືອບທັງໝົດ ແລະ ໃນການສົ່ງເສີມ ຂະບວນກິດຈະກຳປູກໄມ້ໃນວັນທີ 1 ມິຖຸນາ ແມ່ນໄດ້ສືບຕໍ່ປູກໃນເຂດສວນອະນຸລັກທໍາມະຊາດ ທັງພາຍໃນວິທະຍາເຂດດົງໂດກ ແລະ ວິທະຍາເຂດອື່ນໆ ຕາມແຜນປີຕໍ່ປີ ເພື່ອຄວາມອຸດົມສົມບູນ ຫລຸດຜ່ອນມົນລະພິດໃນເຂດສະຖານການສຶກສາ ເພື່ອອະນາຄົດທີ່ສົດໄສຂອງລູກຫຼານ. ສໍາລັບ ຕົ້ນໄມ້ທີ່ເອົາມາປູກ ໃນຄັ້ງນີ້, ມີໄມ້ອຸດສາຫະກຳຄື: ໄມ້ແຕ້ຄ່າ, ໄມ້ຂະຍູງ ແລະ ໄມ້ດູ່ຊະນິດລະ 200 ຕົ້ນ ແລະ ຕົ້ນໄມ້ກິນໝາກ 100 ກວ່າຕົ້ນ ລວມ 700 ກວ່າຕົ້ນ.
Editor: ກຳປານາດ ລັດຖະເຮົ້າ