ທິດຜ່ານມານີ້, ທ່ານ ຄໍາຫລ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ ພ້ອມດ້ວຍການນໍາຂອງເມືອງເຊໂປນ, ບັນດາຫ້ອງການຕ່າງໆອອ້ມຂ້າງ,ພະນັກງານລັດຖະກອນ,ທະຫານ,ຕໍາຫວຼດ,ນັກຮຽນນັກສຶກສາ,ຄູອາຈານພ້ອມດ້ວຍພໍ່ແມ່ປະຊາຊົນບ້ານອອ້ມຂ້າງໄດ້ເຂົ້າຮ່ວມພີທີປູກໄມ້ ປະຈໍາປີ ພ້ອມທັງເປີດລະດູການປູກໄມ້ ປະຈໍາປີ2017 ຂື້ນຢ່າງເປັນທາງການ. ເຊີ່ງພີທີດັ່ງກ່າວໄດ້ຈັດຂື້ນທີ່ເດີນບານເມືອງເຊໂປນ,ແຂວງສະຫວັນນະເຂດ,ໃນພີທີ ທ່ານ ສີຄູນ ບານມະນີວົງ ຫົວໜ້າຫ້ອງການສົ່ງເສີມກະສີກໍາ-ປ່າໄມ້ເມືອງເຊໂປນ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງເຊໂປນ ກໍ່ຄືຫ້ອງການກະສີກໍາ-ປ່າໄມ້ເມືອງ ຮ່ວມກັບ ຫ້ອງວ່າການປົກຄອງເມືອງ ໄດ້ຮ່ວມຈັດຕັ້ງຂະບວນການປູກໄມ້ ປະຈໍາປີ 2017 ເຊີ່ງໃນປີນີ້ໄດ້ເລືອກເອົາສະຖານທີ່ປູກ ຢູ່ 2 ແຫ່ງ ຄື: ປ່າສະຫງວນບ້ານແກ້ງ ແລະ ເດີນບານ, ທົ່ວເມືອງຕາມແຜນກ້າເບັ້ຍໄມ້ ໄດ້ທັງໝົດ 5ແສນ 49 ພັນເບັ້ຍ ໃນນັ້ນ, ປະຊາຊົນກ້າໄດ້ 5 ພັນເບັ້ຍ, ຫ້ອງການກະສີກໍາ ກ້າໄດ້ 3 ພັນ 6 ຮ້ອຍເບັ້ຍ, ສໍາລັບເບັ້ຍໄມ້ທີ່ກ້າມີເບັ້ຍໄມ້ຂະຍຸງ ຈຳນວນ 595 ເບັ້ຍ, ໄມ້ດູ່ລາຍ 1 ພັນ 2 ຮ້ອຍ 7 ສິບ 5 ເບັ້ຍ,ໄມ້ແຕ້ຂ່າ 5 ຮ້ອຍ 3 ສິບເບັ້ຍ, ຢາງໂບງ 510 ເບັ້ຍ, ໄມ້ວິກ 137ເບັ້ຍ, ໄມ້ປະດັບ 700 ເບັ້ຍ, ຕົ້ນຈໍາປາ 600 ເບັ້ຍ,ໄມ້ຄູນ100 ເບັ້ຍ,ໄມ້ໃຫ້ໝາກ ແລະ ໄມ້ອື່ນໆເນື້ອທີ່ປູກໃນປີນີ້ ປະມານ 5 ເຮັກຕາ, ນອກນັ້ນທາງຫ້ອງການຍັງໄດ້ແຈກຢາຍເບັ້ຍໄມ້, ແນວພັນຕ່າງໆໄມ້ອຸດສາຫະກໍາ, ໄມ້ປະດັບແລະອື່ນໆໃຫ້ບ້ານ, ນັກທຸລະກິດ,ບໍລິສັດ,ບຸກຄົນນໍາໄປປູກຕາມສາຍທາງເລກ 9, ຫ້ອງການບ້ານ, ໂຮງຮຽນ, ສໍານັກງານຫ້ອງການຕ່າງໆ ແລະ ເນື້ອທີ່ຂອງຕົນຕາມຄວາມເໝາະສົມ, ສ່ວນການບົວລະບັດຮັກສາແມ່ນມອບໃຫ້ບ້ານ, ຫ້ອງການເປັນຜູ້ປົກປັກຮັກສາ, ທັງນີ້ກໍ່ເພື່ອເປັນການປູກປະດັບໃຫ້ບໍລິເວນດັ່ງກ່າວມີຄວາມສົດງົດງາມ.
Editor: ກຳປານາດ ລັດຖະເຮົ້າ