ວັນທີ 10 ມິຖຸນາ 2016 ຜ່ານມາທີ່ສະພາການຄ້ານະຄອນຫຼວງວຽງຈັນກົມສົ່ງເສີມ ແລະ ພັດທະນາສິນຄ້າກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມເຟີນີເຈິລາວ, ຈັດກອງປະຊຸມພົບປະສະມາຊິກ ເພື່ອກະກຽມຄວາມພ້ອມງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ I ປະຈຳປີ 2016, ພາຍໃຕ້ການເປັນປະທານຂອງ "ທ່ານ ຄຳໄພ ສົມຊະນະ" ປະທານສະມາຄົມເຟີນີເຈີລາວ, ມີຮອງປະທານສະມາຄົມ, ບັນດານັກທຸລະກິດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນິເຈີລາວ ໄດ້ກ່າວວ່າ: "ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ I ປະຈໍາປີ 2016 ຖືເປັນວຽກງານນຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບຫົວໜ່ວຍທຸລະກິດເຟີນິເຈີ ເພື່ອນໍາເອົາຜົນງານ ຫຼື ຜະລິດຕະພັນໃໝ່ໆທີ່ເປັນສີໄມ້ລາຍມືຂອງນາຍຊ່າງລາວ ບວກກັບເປັນໄມ້ທີ່ມີລາຄາສູງ ມີຄຸນະພາບດີ ມາວາງສະແດງ ແລະ ຈໍາໜ່າຍໃຫ້ຜູ້ເຂົ້າຮ່ວມຊົມງານ ໄດ້ມີໂອກາດຈັບຈ່າຍ-ຊື້ຂາຍ ເປັນການສະໜອງຕອບຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ພ້ອມທັງຊອກຫາຄູ່ຄ້າ ຄູ່ຮ່ວມທຸລະກິດ ແລະ ກ້າວສູ່ຕະຫຼາດສາກົນ".
ສໍາລັບກອງປະຊຸມໃນຄັ້ງນີ້ ເພື່ອກະກຽມຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ I ໂດຍຈະມີການວາງສະແດງ ແລະ ຈໍາໜ່າຍສິນຄ້າປະເພດຕ່າງໆ ເປັນຕົ້ນເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ ແລະ ວັດສະດຸເສດເຫຼືອຈາກໄມ້, ຜະລິດຕະພັນຫັດຖະກໍາ, ເຄື່ອງແກະສະຫຼັກ ແລະ ຜະລິດຕະພັນເບັ້ຍໄມ້ຕ່າງໆ ນອກນີ້ ຍັງມີເຄື່ອງມືອຸປະກອນ ເຄື່ອງຈັກສຳລັບການຜະລິດເຄື່ອງເຟີນີເຈີ. ເຊິ່ງຈະມີຜູ້ປະກອບການເຟີນີເຈີເຂົ້າຮ່ວມຫຼາຍກວ່າ 300 ຫ້ອງ. ຂະນະທີ່ "ທ່ານ ກອງມາລາ ພົມມາໄລ" ຮອງປະທານສະມາຄົມເຟີນິເຈີລາວ ກໍໄດ້ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ ສະມາຄົມເຟີນິເຈີກໍໄດ້ເຄື່ອນໄຫວສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານວາງອອກ ເຮັດໃຫ້ສະມາຄົມມີຜົນງານທີ່ພົ້ນເດັ່ນຂຶ້ນໃນຫຼາຍດ້ານ ແລະ ສ້າງບົດບາດຊື່ສຽງໃຫ້ກັບສະມາຄົມ ແລະ ປະເທດຊາດ. ໂດຍເຫັນໄດ້ການເອົາໃຈໃສ່ປຸກລະດົມສະມາຊິກໃນການປັບປຸງຄຸນະພາບຂອງຜະລິດຕະພັນໃຫ້ເປັນທີ່ຍອມຮັບຂອງຕະຫຼາດ ອີກທັງການນໍາໃຊ້ວັດຖຸດິບ (ໄມ້) ໃຫ້ກຸ້ມຄ່າ ສ້າງມູນຄ່າເພີ່ມໃຫ້ສູງຂຶ້ນ ແລະ ມີຄວາມຍືນຍົງ ຈາກການເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ, ຈິ່ງເຮັດໃຫ້ຜະລິດຕະພັນໄມ້ລາວ ເປັນທີ່ຕ້ອງການຂອງຕະຫຼາດທັງພາຍໃນ ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນຕະຫຼາດ ສປ.ຈີນ.
ກອງປະຊຸມດັ່ງກ່າວບັນດາສະມາຊິກ ແລະ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີແຜນການ ແລະ ຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງດັ່ງກ່າວ, ຫຼັງຈາກນັ້ນໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນ ແລະ ເປັນເອກະພາບຕໍ່ແຜນການກະກຽມຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງ, ທີ່ໄດ້ກຳນົດວຽກງານຕ່າງໆໄວ້ໃນແຕ່ລະດ້ານ ຊຶ່ງງານວາງສະແດງດັ່ງກ່າວແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-24 ກໍລະກົດ 2016 ທີ່ຈະມາເຖິງນີ້ທີ່ສູນການຄ້າລາວ-ໄອເຕັກ.