ງານບໍລິຈາກເລືອດດັ່ງກ່າວນີ້ ໂດຍອົງການກາແດງລາວ ຈັດງານສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກ (14/6/2004-14/6/2016) ພາຍໃຕ້ຄຳຂວັນ "ເລືອດເຊື່ອມຕໍ່ເຮົາໝົດທຸກຄົນ Blood connects us all" ຈັດຂຶ້ນໃນວັນທີ 10 ມິຖຸນາ 2016 ທີ່ນະຄອນຫລວງວຽງຈັນ ເພື່ອສະແດງເຖິງ ຄວາມຮູ້ບຸນຄຸນຂອງຜູ້ປະກອບສ່ວນບໍລິຈາກເລືອດຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ທ່ານສິງ ເມໂນລາດ ຮອງປະທານອົງການກາແດງລາວ ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ແລະກະຊວງ ກົມກອງຕ່າງໆ ບໍລິສັດຫ່າງຮ້ານຕະຫລອດຮອດປະຊາຊົນເຂົ້າຮ່ວມ
ປັດຈຸບັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສູນຮັບບໍລິຈາກເລືອດທັງໝົດ 17 ແຫ່ງ ໜ່ວຍເກັບຮັກສາເລືອດ 17 ແຫ່ງ ແລະໂຮງໝໍກອງທັບມີ 6 ແຫ່ງ ເຊິ່ງກວມເອົາທຸກແຂວງໃນທົ່ວປະເທດ ແລະຍັງຈະສືບຕໍ່ຂະຫຍາຍຕື່ມອີກງານດັ່ງກ່າວ ແມ່ນໄດ້ເນັ້ນໃສ່ເພື່ອໃຫ້ສັງຄົມ ແລະຜູ້ບໍລິຈາກເລືອດທັງຫລາຍເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນໃນການມີສ່ວນຮ່ວມໃນການບໍລິຈາກເລືອດ ເຊິ່ງຕ້ອງໄດ້ອາໄສຫລາຍໆ ພາກສ່ວນມີສ່ວນຮ່ວມຢ່າງກວ້າງຂວງ ແລະເອົາໃຈໃສ່
ປັດຈຸບັນຍັງມີຄົນເຈັບຜູ້ທີ່ຕ້ອງການເລືອດຢ່າງຫລວງຫລາຍ ໂດຍສະເພາະແມ່ນແມ່ ແລະເດັກນ້ອຍ ຍ້ອນວ່າຈໍານວນໜຶ່ງຍັງບໍ່ທັນເຂົ້າເຖິງການບໍລິການເລືອດພຽງພໍ ແລະ ທັນເວລາການບໍລິຈາກເລືອດ ແມ່ນໄດ້ຊ່ວຍຊີວິດຄົນຫລາຍໆ ລ້ານຄົນ ແລະສ້າງຮອຍຍິ້ມໃຫ້ກັບຜູ້ປ່ວຍການສົ່ງເລືອດໄດ້ຊ່ວຍໃຫ້ສຸຂະພາບຂອງຄົນເຈັບດີຂຶ້ນ ຫາຍຈາກຄວາມທໍລະມານ ເຮັດໃຫ້ເຂົ້າເຈົ້າມີຊີວິດຍືນຍາວ ແລະມີສຸຂະພາບທີ່ດີ