ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ລົງນາມ ກັບ ບໍລິສັດ ລອດເຕ້ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ບໍລິສັດ ແດວູ້ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ທະນາຄານພັດທະນາແຫ່ງເກົາຫຼີ ແລະ ບໍລິສັດ ຮ່ວມມືປະກັນໄພການຄ້າ ແຫ່ງເກົາຫຼີ ເພື່ອເປັນຄູ່ຮ່ວມມືຍຸດທະສາດດ້ານພະລັງງານ, ອະສັງຫາລິມະຊັບ ແລະ ພື້ນຖານໂຄງລ່າງ ໃນ ສປປ ລາວ ແລະ ພູມິພາກອາຊຽນ. ພິທີລົງນາມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 15 ມິຖຸນາ 2017 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ທ່ານ ປອ ພອນໄຊ ວິໄລສັກ, ຮອງຫົວໜ້າກົມສົ່ງເສີມແຜນການ ແລະ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ພ້ອມບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການຮ່ວມມືກັນຄັ້ງນີ້ ເປັນຂີດໝາຍທີ່ສຳຄັນແຫ່ງການເສີມສ້າງສາຍພົວພັນຮ່ວມມືທາງດ້ານທຸລະກິດລະຫວ່າງ ກຸ່ມບໍລິສັດ ແລະ ສະຖາບັນການເງິນ ຂອງສອງປະເທດ ຄື ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບໄດ້ມີການເຕີບໃຫຍ່ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ສຳລັບ ເນື້ອໃນອັນສຳຄັນຂອງການເຊັນບົດບັນທຶກຄວາມເຂົ້າໃຈຫຼາຍພາກສ່ວນໃນມື້ນີ້ ແມ່ນການຮ່ວມມືຮອບດ້ານໃນບັນດາຂະແໜງການດ້ານຕ່າງໆ ຂອງບໍລິສັດ ລອດເຕ້ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ບໍລິສັດ ແດວູ້ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ, ທະນາຄານພັດທະນາແຫ່ງເກົາຫຼີ ແລະ ບໍລິສັດ ຮ່ວມມືປະກັນໄພການຄ້າ ແຫ່ງເກົາຫຼີ ທີ່ໄດ້ຕົກລົງກັນໃນການໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ, ການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ຈັດຫາຊັບພະຍາກອນໃນໂຄງການພັດທະນາໃນຫຼາຍໆອຸດສາຫະກຳ ເຊັ່ນ: ຂະແໜງພະລັງງານ, ພະລັງງານໝູນວຽນ, ການພັດທະນາພື້ນຖານໂຄງລ່າງ, ການຂົນສົ່ງ, ການຄ້າ, ຂະແໜງການເງິນ, ອະສັງຫາລິມະຊັບ, ການພັດທະນາຊັບພະຍາກອນມະນຸດ ແລະ ໃນຂະແໜງການອື່ນໆ. ທ່ານ ຈັນທອນ ສິດທິໄຊ ກ່າວຕື່ມ: ການເຊັນບົດບັນທຶກໃນຄັ້ງນີ້ ເພື່ອນຳເອົາຜົນປະໂຫຍດໃຫ້ແກ່ທຸກຝ່າຍ ເວົ້າສະເພາະ, ເວົ້າລວມແມ່ນຈະເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນພວກເຮົາໃຫ້ນັບມື້ນັບດີຂຶ້ນ.ການລົງນາມດັ່ງກ່າວ ມີທ່ານ ຈັນທອນ ສິດທິໄຊ, ຜູ້ອຳນວຍການໃຫຍ່ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ; ທ່ານ ຍຸງ ຊຸນ ຮານ, ຮອງປະທານສະພາບໍລິຫານບໍລິສັດ ລັອດເຕ້ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ; ທ່ານ ຊັງ ຈູ ຍັງ, ຜູ້ອຳນວຍການດ້ານການພັດທະນາ ການລົງທຶນລະຫວ່າງປະເທດ, ບໍລິສັດ ແດວູ ວິສະວະກຳ ແລະ ກໍ່ສ້າງ ຈຳກັດ; ທ່ານ ຊວງ ຢູ ຊິນ, ຫົວໜ້າຝ່າຍການເງິນໂຄງການ ຂົງເຂດອາຊີ-ປາຊີຟິກ, ທະນາຄານພັດທະນາແຫ່ງ ສ.ເກົາຫຼີ.
Editor: ຕະວັນ ແສງສະຫວັນ