ກອງປະຊຸມເປີດກວ້າງ ຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ຄັ້ງທີ 5 ສະໄໝທີ V ໄດ້ຈັດຂຶ້ນ ໃນວັນທີ 8-9 ມິຖຸນາ 2017 ເພື່ອເປັນການຕີລາຄາຄືນ ໃນການເຄືອນໄຫວ ຈັດຕັ້ງປະຕິບັດ ການຊີ້ນໍາ-ນໍາພາ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ, ພ້ອມທັງ ຄາດຄະເນແຜນການ ປະຈຳປີ 2018. ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ, ກໍາມະການ ສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າແຂວງໆບໍ່ແກ້ວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຊຶ່ງທ່ານ ຄຳກິງ ເອືອຍມະນີຮັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນໄລຍະ 06 ເດືອນຜ່ານມາ ແມ່ນໄດ້ຖືເອົາວຽງານ ສຶກສາອົບການເມືອງແນວຄິດ ຕິດພັນກັບການຂະຫຍາຍ ຕົວຂອງເສດຖະກິດ ໃຫ້ມີການຂະຫາຍຕົວ 7,3%, GDP ບັນລຸໄດ້ 2.486 ຕື້ກວ່າກີບ. ແຂວງບໍ່ແກ້ວໄດ້ຮັບອານຸມັດ ການລົງທຶນຂອງລັດ ຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ທັງໝົດ 120 ໂຄງການ ມູນຄ່າ 113,39 ຕື້ກີບ. ໃນນັ້ນ ທຶນພາຍໃນ 41,99 ຕື້ກີບ ແລະ ທຶນສົບທົບກັບ ຕ່າງປະເທດ 71,40%, ສາມາດປະຕິບັດໄດ້ 75 ໂຄງການ ມູນຄ່າ 30,10 ຕື້ກີບ ເທົ່ກັບ 71,68% ຂອງແຜນການປີ ແລະ ໂຄງການທີຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ມີ 45 ໂຄງການ ມູນຄ່າ 11,89 ຕື້ກີບ, 6 ເດືອນຜ່ານມາ ສາມາດສ້າງລາຍຮັບ ເຂົ້າງົບປະມານໄດ້ 122 ຕື້ກວ່າກີບ ເທົ່າກັບ 45%, ຂອງແຜນການປີ. ໃນນີ້, ລາຍຮັບຂອງສູນກາງໄດ້ 93 ຕື້ກວ່າກີບ ເທົ່າກັບ 53,61%, ລາຍຮັບຂອງແຂວງ 28,707 ຕື້ກີບ ເທົ່າກັບ 31,20%, ດ້ານລາຍຈາຍປະຕິບັດໄດ້ 114 ຕື້ກວ່າກີບ ເທົ່າກັບ 37,64 ຂອງແຜນກາງປີ. ນອກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ ການຜະລິດເຂົ້າໜ້າແຊງ ມີເນື້ອທີ່ 2.360 ເຮັກຕາ, ຄາດຄະເນຜົນຜະລິດ 10.756 ໂຕນ ທຽບໃສ່ແຜນການໄດ້ 83%, ການປູກພືດເປັນສິນຄ້າ ໃນລະດູແລ້ງມີເນື້ອທີ່ 782 ເຮັກຕາ ຄາດຄະເນຜົນຜະລິດໄດ້ 7.060 ໂຕນ, ພືດສະບຽງອາຫານ 468 ເຮັກຕາ ຄາດຜົນຜະລິດໃຫ້ໄດ້ໃຫ້ໄດ້ 2.267 ໂຕນ ແລະ ການຜະລິດອຸດສາຫະກໍາໄດ້ 120,061 ຕື້ກີບ, ມູນ ຄ່າສີນຄ້ານໍາເຂົ້າໄດ້ 48 ລ້ານໂດລາ, ສິນຄ້າສົ່ງອອກໄດ້ 80 ລ້ານໂດລາ, ສິນຄ້າຜ່ານແດນໄດ້ 157,652 ລ້ານໂດລາສະຫະລັດ. ມາຮອດປັດຈຸບັນ, ທົ່ວແຂວງມີຫົວໜ່ວຍ ອຸດສະຫະກໍາ-ຫັດຖະກໍາປຸງແຕ່ງ ໄດ້ 224 ແຫ່ງ, ມີຫົວໜ່ວຍທຸລະກິດ 4.235 ໜ່ວຍ ແລະ ໂຄງການສ້າງເສັ້ນທາງ ປູຢາງ ບ້ານດອນ-ບ້ານດ່ານ ປະຕິບັດໄດ້ 70%, ເສັ້ນທາງປູຢາງ ຢູ່ເມືອງຕົ້ນເຜິ້ງປະຕິບັດໄດ້ 78,68%, ຂະຫຍາຍໜ້າທາງ 4 ເລນ ແຕ່ຫໍຫລັກເມືອງ ຫາ ທາງແຍກເຂົ້າສະໜາມບິນຫ້ວຍຊາຍ ປະຕິບັດໄດ້ 16,4%. ແລະ ຍັງມີໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າທາ 1, ເຂື່ອນໄຟຟ້າປຸງເລາະ, ເຂື່ອນໄຟຟ້າຫາດມວກ ແລະ ໂຄງການຂະຫຍາຍ ຕາຂ່າຍໄຟແຮງສູງ, ປັດຈຸບັນ ທົ່ວແຂວງມີໄຟຟ້າຊົມໃຊ້ 241 ບ້ານເທົ່າກັບ 94,51%.
ຂອບໃຈຂໍ້ມູນຈາກ: ທາເກັດຮ໋ອດນິວ
Editor: ຕະວັນ ແສງສະຫວັນ