ໃນວັນທີ 1 ມິຖຸນາ 2017 ທີ່ເມືອງຫີນເຫີບ, ແຂວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສີທະເຮັງ ທອງສະຫວັນ, ຮອງຫົວຫນ້າພະແນກກະສິກຳ-ປ່າໄມ້, ແຂວງວຽງຈັນ, ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ, ພ້ອມນັ້ນຍັງມີຫົວຫນ້າຫ້ອງການ, ພະນັກງານ, ທະຫານ ຕຳຫລວດ ພໍ່ແມ່ປະຊາຊົນພາຍໃນເມືອງ, ຄະນະອຳນວຍການບໍລິສັດ ບົວລະພາ ພ້ອມດ້ວຍພະນັກງານ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດດັ່ງກ່າວ ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ກ່າວວ່າ: ການປູກຕົ້ນໄມ້ໃນຄັ້ງນີ້, ເປັນການສ້າງຂະບວນການ ແລະ ບັນຍາກາດ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2017 ໃຫ້ມີຄວາມໝາຍ ແລະ ມີບັນຍາກາດມ່ວນຊື່ນ. ສິ່ງສຳຄັນເພື່ອຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ ສ້າງປະເທດລາວ ໃຫ້ເປັນພື້ນທີ່ສີຂຽວ, ໂດຍຕັ້ງເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ 37 ພັນເຮັກຕາ ໃນປີ 2020, ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນທີ່ມີສ່ວນຮ່ວມກັບບໍລິສັດ ຕາມນະໂຍບາຍຂອງລັດຖະບານ. ຊຶ່ງໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນເປັນໄມ້ອຸດສາຫະກຳ ມີຈຳນວນ 4 ພັນເບ້ຍ ປູກໃນພື້ນທີ່ 4 ເຮັກຕ້າ: ບໍລິສັດ ບົວລະພາ ໄດ້ເອົາໃຈໃສ່ສົ່ງເສີມການປູກໄມ້ ໂດຍມີສ່ວນຮ່ວມກັບປະຊາຊົນ ເຊິ່ງໄລຍະຜ່ານມາສາມາດແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ທີ່ມີສ່ວນຮ່ວມໂດຍຕະຫຼອດມາ ແລະ ມາຮອດປັດຈຸບັນ ບໍລິສັດ ບົວລະພາ ມີເນື້ອທີ່ປູກໄມ້ຂອງບໍລິສັດ ແລະ ມີສ່ວນຮ່ວມກັບປະຊາຊົນ ປະມານ 3 ພັນເຮັກຕາ. ສໍາລັບ ແຜນການປູກໄມ້ໃນປີ 2017 ນີ້ ບໍລິສັດວາງແຜນໄວ້ທີ່ 600 ເຮັກຕາ ໃນພື້ນທີ 3 ແຂວງ ໄດ້ແກ່ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ.
Editor: ຕະວັນ ແສງສະຫວັນ